ທ່ານປະທານປະເທດ ເຈືອງເຕິ້ນຊາງ ສຳຫຼວດເຂດອຸດສາຫະກຳ ລອງດຶກ, ດົ່ງນາຍ

ທ່ານປະທານປະເທດ ເຈືອງເຕິ້ນຊາງ ສຳຫຼວດເຂດອຸດສາຫະກຳ ລອງດຶກ, ດົ່ງນາຍ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕິ້ນ​ຊາງ
ສຳ​ຫຼວດເຂດ​ອຸດ​ສາ​ຫະ​ກຳ ລອງ​ດຶກ, ດົ່ງ​ນາຍ
(ພາບ: TTXVN)


(vovworld) ​- ວັນ​ທີ 12/10, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕິ້ນ​ຊາງ ໄດ້​ລົງຢ້ຽມ​ຢາມ ແລະ ສຳຫຼວດ​ສະ​ພາບ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ອຸດ​ສາ​ຫະ​ກຳລອງ​ດຶກ, ເມືອງລອງ​ແທ່ງ. ທີ່​ການ​ເຮັດ​ວຽກ, ທ່ານ​ປະ​ທານ​ປະ​ເທດຊົມ​ເຊີຍບັນ​ດາ​ນັກ​ລົງ​ທຶນ​ຍີ່​ປຸ່ນ, ມີ​ຄວາມ​ສຸດ​ອົກ​ສຸດ​ໃຈ​ໃນການ​ຕອບ​ສະ​ໜອງ​ແຜນນະ​ໂຍ​ບາຍ​​ລົງ​ທຶນເຂົ້າ​​ຂະ​ແໜງອຸ​ດ​ສາ​ຫະ​ກຳ​​ສຳ​ຮອງ​ຂອງ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້ບໍ​ລິ​ສັດລົງ​ທຶນລອງ​ດຶກຈຳ​ກັດ ​ຍູ້ແຮງ​ຮຽກ​ຮ້ອງ​ການລົງ​ທຶນ​ຈາກ​ຍີ່​ປຸ່ນ, ສືບ​ຕໍ່​ຄົ້ນ​ຄ້​ວາ ແລະ ລົງ​ທຶນ​​ເຂົ້າບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​​ອື່ນຕື່ມ​ອີກ​ຕາມ​​​ຮູບແບບ​ທີ່ໄດ້​ປະ​ສົບຜົນ​ສຳ​ເລັດ, ປະ​ກອບ​ສ່ວນ​ຂຸກ​ຍູ້​ການ​ເພີ່ມ​​​ບັນ​ດາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ສຳ​ຮອງ​ໃນດິນ​ແດນ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ