( ພາບ : http://www.baomoi.com )
ຕອນເຊົ້າວັນທີ 21 ມັງກອນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ ອົງຄະນະພັກ ແລະ ປະຊາຊົນ ແຂວງ ລອງອານ. ຕາງໜ້າໃຫ້ພັກ ແລະ ລັດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຍ້ອງຍໍຄວາມມານະພະຍາຍາມຂອງອົງຄະນະພັກ ແລະ ປະຊາຊົນ ແຂວງ ລອງອານ ເຊິ່ງໄດ້ປະຕິບັດສຳເລັດບັນດາຈຸດໝາຍດ້ານເສດຖະກິດສັງຄົມ, ພິເສດ, ໃນສະພາບປະສົບກັບຄວາມຫຍຸ້ງຍາກ, ທາງແຂວງໄດ້ປະຕິບັດການປະຢັດ, ໃຫ້ບຸລິມະສິດແກ່ການລົງທຶນພັດທະນາ, ຕັ້ງໜ້າລະດົມແຫຼ່ງທຶນຕ່າງໆຈາກພາກສ່ອນເສດຖະກິດເພື່ອເຂົ້າຮ່ວມການລົງທຶນພັດທະນາ. ທ່ານປະທານປະເທດປາດຖະໜາວ່າ ກ້າວເຂົ້າສູປີໃໝ່ 2012 ແຂວງ ລອງອານ ສືບຕໍ່ປະຕິບັດ 4 ລາຍການບຸກທະລຸ, 9 ກິດຈະກຳຈຸດສຸມ, ໃນນັ້ນເອົາໃຈໃສ່ປະຕິບັດມະຕິສູນກາງຄັ້ງທີ 3 ກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ພ້ອມກັນນັ້ນຜັນຂະຫຍາຍມະຕິກອງປະຊຸມສູນກາງຄັ້ງທີ 4 ກ່ຽວກັບບັນຫາທີ່ຮີບດ່ວນຈຳນວນໜຶ່ງໃນການກໍ່ສ້າງພັກຢ່າງມີປະສິດທິຜົນ ຕອບສະໜອງຄວາມມູງມາດປາຖະນາຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກຢ່າງມີໄຊ .