ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຜູ້ຊ່ວຍວຽກເລຂາທິການໃຫຍ່ສປຊ

ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຜູ້ຊ່ວຍວຽກເລຂາທິການໃຫຍ່ສປຊ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ຕ້ອນຮັບ​ຜູ້​ປຶກສາ​ພິ​ເສດ, ຜູ້​ຊ່ວຍ​ວຽກ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 29/3, ກ່າວ​ຄວາມ​ເຫັນ​ທີ່​ການ​ຕ້ອນຮັບ​ຜູ້​ປຶກສາ​ພິ​ເສດ, ຜູ້​ຊ່ວຍ​ວຽກ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ (ສປຊ), ທ່ານ​ນາງ Amina J.Mohamed, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຊົມ​ເຊີຍ​ທ່ານ​ນາງ​ມາ​ຫວຽດນາມ​ເຂົ້າ​ຮ່ວມກອງປະຊຸມສະຫະພັນ ​ລັດຖະສະພາ​ສາກົນ​ ຄັ້ງ​ທີ 132 (IPU-132) ​ແລະ ຢືນຢັນ​ວ່າ “ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ: ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ​ຕົວ​ຈິງ“ ຢູ່ IPU-132 ຄັ້ງ​ນີ້​, ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ສະພາບ​ກະກຽມ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ ສປຊ ​ແລະ ຈະ​ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ເພື່ອ​ການ​ພັດທະນາ​ຫຼັງ​ປີ 2015 ​ແລະ ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ. ຫວຽດນາມ​ ​ນັບຖື​ການຊ່ວຍ​ເຫຼືອ, ການ​ຮ່ວມ​ມື​ທີ່​ສູງ​ສົ່ງ​ເຊິ່ງ ສປຊ ​ໄດ້​ສະຫງວນ​ໃຫ້​ແກ່​ຫວຽດນາມ​ ​ໃນ​ທຸກ​ຂົງ​ເຂດ. ກ່າວ​ຄວາມ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ນາງ Amina J.Mohamed ຖື​ວ່າ, ຫວຽດນາມ​ ​ໄດ້ເຮັດ​ວຽກ​ງານ​ກະກຽມ​ໃຫ້ IPU-132 ​ເປັນ​ຢ່າງ​ດີ ​ແລະ ຫວັງ​ວ່າ IPU-132 ຈະ​ຮັບຮອງ​ເອົາ​ລາຍການ​ດຳ​ເນີນ​ງານ​ລະອຽດ​ໂດຍ​ໄວ, ປະກອບສ່ວນ​ເຂົ້າ​ໃນ​ການ​ກຳນົດ ​ແລະ ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ຫຼັງ​ປີ 2015.

ຂ່າວ/ບົດ​ອື່ນ