ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະໄປຢ້ຽມຢາມ ກຸຍບາ, ອາກຊັງຕິນ, ອູຣູກວາຍ ຢ່າງເປັນທາງການ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະໄປຢ້ຽມຢາມປະເທດ ສ.ກຸຍບາ, ສ.ອາກຊັງຈິນ, ສ, ອູຣູກວາຍ ຕາເວັນອອກ ແຕ່ວັນທີ 18-28 ເມສາ.

        ວັນທີ 14 ເມສາ, ຄະນະກຳມາທິການສະພາແຫ່ງຊາດ ຫວຽດນາມ ປະກາດວ່າ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະໄປຢ້ຽມຢາມປະເທດ ສ.ກຸຍບາ, ສ.ອາກຊັງຈິນ, ສ, ອູຣູກວາຍ ຕາເວັນອອກ ແຕ່ວັນທີ 18-28 ເມສາ. ການໄປຢ້ຽມຢາມຄັ້ງນີ້ແມ່ນປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດອຳນາດການປົກຄອງປະເທດ ສ.ກຸຍບາ Esteban Lazo Hernandez, ທ່ານປະທານສະພາຕ່ຳປະເທດສ.ອາກຊັງຕິນ Cecilia Moreau, ທ່ານປະທານສະພາສູງປະເທດ ສ. ອູຣູກວາຍ ຕາເວັນອອກ Beatriz Argimon Cedeira.

ຕອບກັບ

ຂ່າວ/ບົດ​ອື່ນ