( vovworld ) – ວັນທີ 25/3, ທ່ານປະທານາທິບໍດິ ສ.ຈີເລ Sebastian Pinera Echenique ໄດ້ເດີນທາງອອກຈາກນະຄອນ ໂຮ່ຈິມິນ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 21/3. ວັນທີ 24/3, ທ່ານປະທານາທິບໍດີ ຈີເລ Sebastian Pinera Echenique ໄດ້ໄປຢ້ຽມຢາມເຂດອຸໂມງ ກູຈີ, ຢູ່ເມືອງ ກູຈີ, ນະຄອນໂຮ່ຈິມິນ. ກ່ອນໜ້ານັ້ນ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານາທິບໍດີ Sebastian Pinera Echenique ໄດ້ມີການພົບປະເຈລະຈາກັບທ່ານປະທານປະເທດ Truong Tan Sang, ເຈລະຈາກັບທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ Nguyen Phu Trong, ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ທ່ານປະທານສະພາແຫ່ງຊາດ Nguyen Sinh Hung.
ແລະກໍໃນວັນທີ 24/3, ໜືງສືພິມ ຈີເລ ໄດ້ຂັດຄຳເວົ້າຂອງຜູ້ອຳນວຍການອົງການສົ່ງເສີມການຄ້າລັດຖະບານ ຈີເລ Felix de Vicente, ຜູ້ທີ່ຮ່ວມເດີນທາງພ້ອມກັບທ່ານປະທານາທິບໍດີ Sebastian Pinera ມາຢ້ຽມຢາມຫວຽດນາມ ທີ່ໃຫ້ຂໍ້ສັງເກດວ່າ ເມື່ອສັນຍາການຄ້າເສລີ ( FTA ) ລະຫວ່າງ ຈີເລ ແລະ ຫວຽດນາມ ມີຜົນສັກສິດ, ວົງເງິນການຄ້າສອງສົ້ນຈະເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ປະຈຸບັນ, ແລະຈະເພີ່ມຂຶ້ນເຖິງ 1 ຕື້ USD ໃນ 3 ປີທີ່ຈະມາເຖິງ. ຕາມທ່ານ Vicente ແລ້ວ, FTA ຫວຽດນາມ - ຈີເລ ຈະອະນຸຍາດໃຫ້ສິນຄ້າ 9.000 ປະເພດຂອງ ຈີເລ ໄດ້ຊົມໃຊ້ດອກເບ້ຍໃນລະດັບ 0% ເມື່ອນຳເຂົ້າຕະຫຼາດຫວຽດນາມ. ນອກຈາກເຫຼົ້າແວງແລ້ວ, ຊາວຫວຽດນາມຍັງຮູ້ຈັກເຖິງຜະລິດຕະພັນຫຼາຍປະເພດຂອງ ຈີເລ ຄື, ໝາກອະງຸ່ນ, Kiwi… ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈະໄດ້ນຳເຂົ້າຕະຫຼາດຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ກໍ່ມີໂອກາດສົ່ງອອກຜະລິດຕະພັນຫຼາຍປະເພດໄປຍັງ ຈີເລ, ພິເສດແມ່ນເຄື່ອງເຟີນີເຈີ, ໝາກໄມ້ ແລະ ປາ.