ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ R. Duterte ຖະ​ແຫຼງຖອນ​ຕົວ​ອອກຈາກເວ​ທີ​ການ​ເມືອງ

(VOVWORLD) -ທ່ານ Rodrigo Duterte ໃຫ້ຮູ້ວ່າ ຄຳເຫັນຂອງປະຊາຊົນ ຟີລິບປິນ ສ່ວນຫຼາຍແມ່ນທ່ານບໍ່ມີເງື່ອນໄຊຢ່າງຄົບຖ້ວນ, ດັ່ງນັ້ນ ຖ້າວ່າທ່ານສະໝັກຮັບເລືອກຕັ້ງດຳລົງຕຳແໜ່ງຮອງປະທານາທິບໍດີ ແມ່ນຈະລະເມີດລັດຖະທຳມະນູດ. ເຖິງຢ່າງກໍ່ຕາມ, ທ່ານບໍ່ຍົກອອກເວລາຢ່າງລະອຽດເພື່ອຖອກຕົວອອກຈາກເວທີການເມືອງ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ R. Duterte ຖະ​ແຫຼງຖອນ​ຕົວ​ອອກຈາກເວ​ທີ​ການ​ເມືອງ - ảnh 1ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte 

ວັນທີ 2 ຕຸລາ, ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ໄດ້ອອກຖະແຫຼງການຈະບໍ່ສະໝັກຮັບເລືອກຕັ້ງດຳລົງຕຳແໜ່ງຮອງປະທານາທິບໍດີ ໃນວັນທີ 2020 ແລະ ຈະຖອນຕົວອອກຈາກເວທີການເມືອງ. ດັ່ງນັ້ນ, ທ່ານ Rodrigo Duterte ຈະບໍ່ເຂົ້າຮ່ວມການສະໝັກຮັກເລືອກຕັ້ງໃນບໍ່ວ່າຕຳແໜ່ງໃດ ໃນການເລືອກຕັ້ງທົ່ວປະເທດໃນປີ 2022, ແຕ່ຍັງສືບຕໍ່ຮັບດຳລົງຕຳແໜ່ງປະທານາທິບໍດີ ຟີລິບປິນ ຮອດເວລາອາຍຸການໃນປັດຈຸບັນຈະສິ້ນສຸດລົງໃນເດືອນມິຖຸນາປີ 2022.

ທ່ານ Rodrigo Duterte ໃຫ້ຮູ້ວ່າ ຄຳເຫັນຂອງປະຊາຊົນ ຟີລິບປິນ ສ່ວນຫຼາຍແມ່ນທ່ານບໍ່ມີເງື່ອນໄຊຢ່າງຄົບຖ້ວນ, ດັ່ງນັ້ນ ຖ້າວ່າທ່ານສະໝັກຮັກເລືອກຕັ້ງດຳລົງຕຳແໜ່ງຮອງປະທານາທິບໍດີ ແມ່ນຈະລະເມີດລັດຖະທຳມະນູດ. ເຖິງຢ່າງກໍ່ຕາມ, ທ່ານບໍ່ຍົກອອກເວລາຢ່າງລະອຽດເພື່ອຖອກຕົວອອກຈາກເວທີການເມືອງ.

ຕາມລັດຖະທຳມະນູນ ຟີລິບປິນ, ປະທານາທິບໍດີແຕ່ລະທ່ານ ຈະດຳລົງອາຍຸການດຽວທີ່ແກ່ຍາວເປັນເວລາ 6 ປີເທົ່ານັ້ນ. ຕາມນັ້ນແລ້ວ, ທ່ານ Rodrigo Duterte ບໍ່ໄດ້ອະນຸຍາດອອກສະໜັກຮັບເລືອກຕັ້ງເປັນປະທານາທິບໍດີ ໃນອາຍຸການທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ