ທ່ານຫງວຽນຊວນຟຸກ,ຮອງນາຍົກລັດຖະມົນຕີລົງກວດກາສະພາບການຜັນຂະຫຍາຍວຽກງານເລືອກຕັ້ງຢູ່ຮ່າໂນ້ຍ


ທ່ານຫງວຽນຊວນຟຸກ,ຮອງນາຍົກລັດຖະມົນຕີລົງກວດກາສະພາບການຜັນຂະຫຍາຍວຽກງານເລືອກຕັ້ງຢູ່ຮ່າໂນ້ຍ - ảnh 1
ທ່ານຫງວຽນຊວນຟຸກ ກ່່າວຄຳເຫັນທີ່ກອງປະຊຸມ
(ພາບ: infonet.vn)

(vovworld)- ໃນ​ຕອນ​ເຊົ້າ​ວັນ​ທີ 15 ມີ​ນາ, ຄະ​ນະ​ກວດ​ກາ, ​ຕິດ​ຕາມກວດ​ກາ ກອງ​ປະ​ຊຸມ​ເລ​ືອກ​ຕັ້ງແຫ່ງ​ຊາດ ໂດຍທ່ານ ຫງວຽນ​ຊວນ​ຟຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ຜູ້​ປະ​ຈຳ​ການ ສະ​ພາ​ເລືອກ​ຕັ້ງ​​ແຫ່ງ​ຊາດ​ ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ລົງກວດ​ກາ​ວຽກ​ງານຜັນ​ຂະ​ຫຍາ​ຍ ​ການ​ເລືອກ​ຕັ້ງ​ ສ​ສ​ຊ ຊຸດ​ທີ 14 ແລະ ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ ​​ທຸກ​ຂັ້ນອາ​ຍຸ​ການ 2016-2021 ຂອງ​ນະ​ຄອນ​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ທີ່ການ​ເຮັດ​ວຽກ, ທ່ານ ຫງວຽນ​ຊວນ​ຟຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຊົມ​ເຊີຍ ຮ່າ​ໂນ້ຍ ໄດ້​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ ວຽກ​ງານ​ການ​ເລ​ືອກ​ຕັ້ງ ​ຖືກຕາ​ມຂໍ້​ກຳ​ນົດ, ແກ້​ໄຂ​ບັນ​ດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ ໃນ​ວຽກ​ງານ​ການ​ເລືອກ​ຕັ້ງ ຢ່າງ​ທັນ​ການ, ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ປະ​ຊາ​ທິ​ປະ​ໄຕ. ທ່ານ ຫງວຽນ​ຊວນ​ຟຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສະ​ເໜີ​ແນະ ນະ​ຄອນ​ຮ່າ​ໂນ້ຍ ຕ້ອງ​ເຮັດວຽກ​ງານໂຄ​ສະ​ນາ ກ່ຽວ​ກັບການ​ເລືອກ​ຕັ້ງ​ໃຫ້​ດີ​ກ່​ວາ​ເກົ່າ ແລະ ຮັບ​ປະ​ກັນ​ຄວາມສະ​ຫງົບ, ​ປອດ​ໄພຢ່າງ​ເດັດ​ຂາດ ເພື່ອ​ເຮັດ​ໃຫ້​ວັນ​ທີ 22 ພຶດ​ສະ​ພາ ຈະ​ກາຍ​ເປັນ​ວັນບຸນ ​ຂອງ​ທົ່ວ​ປວງ​ຊົນ, ຮັບ​ປະ​ກັນ​ສິດ​ຂອງຜູ້​ເລືອກ​ຕັ້ງຢ່າງ​ແທ້​ຈິງ.

        "ວຽກ​ສຳ​ຄັນ ​ແມ່ນ​ຕ້ອງ​ປະ​ຕິ​ບັດ​ຖືກຕ້ອງ​ຕາມ​ກົດ​ໝາຍ. ​ທີ່​ສອງ ​ແມ່ນ​ຮັບ​ປະ​ກັນຈຳ​ນ​ວນ ແລະ ຄຸນ​ນະ​ພາບ​ສະ​ມ​າຊິກ, ໂຄງ​ປະ​ກອບ​ສະ​ມາ​ຊິກ. ສະ​ພາ​ແຫ່ງ​ຊາດ ຫຼື ສະ​ພາ​ປະ​ຊາ​ຊົນ ແມ່ນ​​ຕົ​ວ​ແທນ​ໃຫ້​ສິດ​ຜົນ​ປະ​ໂຫຍດ ຂອງ​ປະ​ຊາ  ​ຊ​ົນ, ດັ່ງ​ນັ້ນ, ​ຕ້ອງ​ມີ​ໂຄງ​ປະ​ກອບ​ຜູ້​ແທນ​ທີ່ສອດ​ຄ່ອງ. ​ທີ​ສາມ ​ແມ່ນ​ບັນ​ຫາ​ເນື້ອ​ໃນ ແລະ ຮູບ​ການ, ນີ້​ແມ່ນ​ວັນ​ບຸນ​ຂອງ​ທົ່ວ​ປວງ​ຊົນ, ປະ​ຊາ​ຊົນກະ​ຕື​ລື​ລົ້ນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ​ຄື​ແນວນັ້ນ ການ​ເລືອກ​ຕັ້ງ​ຈຶ່ງ​ຈະ​ປະ​ສົບ​ຜົນສຳ​ເລັດ​ເປັນ​ຕົ້ນ​ແມ່ນ ຢູ່​ນະ​ຄອນຫຼວງ."

ຂ່າວ/ບົດ​ອື່ນ