ທ່ານຫງວຽນຊວນຟຸກໄດ້ເລືອກຕັ້ງເປັນນາຍົກລັດຖະມົນຕີອາຍຸການ2016-2020
ທ່ານ ຫງວຽນຊວນຟຸກສາບານຕົວຮັບດຳລົງຕຳແຫນ່ງ
ພາບ:tuoitre.vn
|
(vovworld)- ທີ່ວາລະປະຊຸມໃນຕອນບ່າຍວັນທີ 26/7, ທ່ານ ຫງວຽນຊວນຟຸກໄດ້ ຮັບການເລືອກຕັ້ງຈາກ ສະພາແຫ່ງຊາດເປັນນາຍົກລັດຖະມົນຕີ ອາຍຸການ 2016-2020. ມີສະມາຊິກສະພາແຫ່ງຊາດ 485 ຄົນໃນຈຳນວນ 489 ຕົນ ປ່ອນບັດເຫັນດີ, ກວມອັດຕາສ່ວນ 98,18% ຈຳນວນສະມາຊິກເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນນະພິທີສາບານຕົວຮັບດຳລົງຕຳແຫນ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ປະເທດຊາດ ພວມມີກາລະໂອກາດຫລາຍຢ່າງເພື່ອພັດທະນາ ແຕ່ກໍປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ແມ່ນຫນ້ອຍ, ຫວຽດນາມ ຄວນເສີມຂະຫຍາຍກຳລັງແຮງພາຍໃນ, ຍາດແຍ່ງກຳລັງແຮງຈາກພາຍນອກ ເພື່ອຜົນປະໂຫຍດແຫ່ງຊາດ ເພື່ອພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ, ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ມີທີ່ຕັ້ງບົດບາດນັບມື້ນັບສູງໃນເວທີສາກົນ. ທ່ານນາຍົກລັດຖະມົນຕີ ຖືວ່າ ໃນໄລຍະຈະມາເຖິງ ລັດຖະບານ ຄວນເອົາໃຈໃສ່ເຖິງການສ້າງນະໂຍບາຍສົ່ງເສີມວິສາຫະກິດພາກເອກະຊົນພັດທະນາ, ເພີ່ມທະວີການຮ່ວມມືການຮ່ວມສຳພັນສອງພາກໃນພື້ນຖານເສດຖະກິດພາກເອກະຊົນ, ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ. ຊຸກຍູ້ການປະກອບອາຊີບ, ປ່ຽນໃຫມ່ຫົວຄິດປະດິດສ້າງ, ພັດທະນາວິສາຫະກິດ, ເປັນຕົ້ນແມ່ນວິສາຫະກິດພາກເອກະຊົນ, ວິສາຫະກິດຂະຫນາດກາງ ແລະ ນ້ອຍ.