(ພາບ:xaluan.com)
(vovworld)- ຕອນບ່າຍວັນທີ 15/7, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍິນ ໃຫ້ການຕ້ອນຮັບທ່ານ Mutsuya Mori ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳຫວຽດນາມ ໃນໂອກາດທ່ານມາຮັບໜ້າທີ່ໃນອາຍຸການໃຫມ່ຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍິນ ໄດ້ຕີລາຄາສູງບັນດາໂຄງການຮ່ວມມືພັດທະນາຂອງ JICA ທີ່ສະຫງວນໃຫ້ແກ່ຫວຽດນາມ ໃນຫຼາຍປີຜ່ານມາ. ແຫຼ່ງທຶນ ODA ຂອງຍີ່ປຸ່ນ ສະຫງວນໃຫ້ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ຫວຽດນາມຄື: ຄົມມະນາຄົມ, ການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການປະຕິຮູບດ້ານຕຸລາການ…ນັບມື້ນັບໄດ້ເພີ່ມຂຶ້ນ ອັນໄດ້ປະກອບສ່ວນໂດຍກົງເຂົ້າໃນການພັດທະນາຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍິນ ຢືນຢັນວ່າ: ຫວຽດນາມ ໄດ້ ແລະ ພວມນຳໃຊ້ແຫຼ່ງທຶນດັ່ງກ່າວຖືກຕ້ອງຕາມຈຸດປະສົງ ແລະ ມີປະສິດທິຜົນ. ທ່ານສະເໜີໃຫ້ JICA ຈົ່ງເອົາໃຈໃສ່ເຖິງບາງຂົງເຂດຊື່ງຫວຽດນາມ ພວມໃຫ້ບຸລິມະສິດຄື: ພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ສ້າງລະບອບລະບຽບການເສດຖະກິດການຕະຫຼາດໃຫ້ສົມບູນແບບ, ສ້າງໂຄງປະກອບພື້ນຖານໂຄງລ່າງຄົບຊຸດ.