ທ່ານຮອງນາຍົກລັດຖະທົນຕີເຈືອງຮົ່ວບິ່ງຢ້ຽມຢາມແລະມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນເຜົ່າຈຳຢູ່ນະຄອນໂຮ່ຈີມີນ

ທ່ານຮອງນາຍົກລັດຖະທົນຕີເຈືອງຮົ່ວບິ່ງຢ້ຽມຢາມແລະມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນເຜົ່າຈຳຢູ່ນະຄອນໂຮ່ຈີມີນ - ảnh 1
ທ່ານ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ເຈືອງ​ຮົ່ວ​ບິ່ງ ຢ້ຽມ​ຢາມ
ລະ​ດົມ​ກຳ​ລັງ​ໃຈ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ເຜົ່າ​ຈຳ
(ພາບ: cand.com.vn)

(vovworld)- ໃນ​ວັນ​ທີ 3/5, ທ່ານ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ເຈືອງ​ຮົ່ວ​ບິ່ງ ໄປ​ຢ້ຽມ​ຢາມ, ລະ​ດົມ​ກຳ​ລັງ​ໃຈ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ເຜົ່າ​ຈຳ ທີ່ພວມ​ດຳ​ລົງ​ຊີ​ວິດ ຢູ່ ຕາ​ແສງ1, ເມືອງ 8, ນະ​ຄອນ​ໂຮ່​ຈີ​ມີນ. ທ່ານ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ເຈືອງ​ຮົ່ວ​ບິ່ງ ຕີ​ລາ​ຄາ​ສູງ ​ ຄວາມມາ​ນະ​ພະ​ຍາ​ຍາມ​ບືນ​ຕົວ​ຂື້ນ ໃນ​ການ​ດຳ​ລົງຊີ​ວິດ​ຂອງ ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຈຳ.

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່ສະ​ເໜີ​ການ​ນຳ​ທ້ອງ​ຖິ່ນ​ ​ຕ້ອງ​ລົງ​ທຶ​ນ, ຄົ້ນ​ຄ້​ວາ​ບັນ​ດາ​ຂະ​ແໜງວິ​ຊາ​ຊີບ ທີ່​​ເໝາະ​ສົມ​ກັບຈຸດ​ພິ​ເສດ​ສະ​ເພາະ​ທາງ​ດ້ານຊົນ​ເຜົ່າ, ສາດ​ສະ​ໜາ ຂອງ ພໍ່​ແມ່​ປະ​ຊາ​ຊົນ ​ແນໃສ່​ສ້າງ ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ ໃຫ້ພໍ່​ແມ່​ປະ​ຊາ​ຊົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ ໃນ​ໄລ​ຍະ​ຈະ​ມາ​ເຖິງ ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​​ຈຳ ຢູ່ນີ້ຈະ​ປ່ຽນ​ແປງ​ໃໝ່​ຢ່າງ​ເຂັ້​ມ​ແຂງກວ່າອີກ. ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຈຳ ຢູ່​ທ້ອງ​ຖິ່ນ ​ກາຍ​ເປັນ​ເຂດ​ທີ່​ມີ​ຊີ​ວິດ​ການ​ເປັນ​ທາງ​ດ້ານ ວັດ​ຖຸ ແລະ ຈິດ​ໃຈ​ດີກວ່າ, ແທດ​ເໝາະ​ກັບ​ສັງ​ຄົມ ພັດ​ທະ​ນາ​ທັນ​ສະ​ໄໝ ແລະ ສີ​ວິ​ໄລ.

ຂ່າວ/ບົດ​ອື່ນ