ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີ

ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີ້ງ​ດີງ​ຢູງ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ​​ແຕ່​ວັນ​ທີ 30-31/5, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ອະ​ນາ​ຄົດ ອາ​ຊີ ຄັ້ງ​ທີ 22 ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ຢູ່ ໂຕ​ກຽວ ປະ​ເທດ ຍີ່​ປຸ່ນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ຖື​ວ່າ: ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ມຸ່ງ​ໄປ​ເຖິງ​ສັນ​ຕ​ິ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ບັນ​ດາ​ປະ​ເທດ ອາ​ຊີ ຄວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ເຄົາ​ລົບ​ເອ​ກະ​ລາດ​ອະ​ທິ​ປະ​ໄຕ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ແຕ່​ລະ​ປະ​ເທດ, ແກ້​ໄຂ​ຄວ​າມບໍ່​ລົງ​ລອຍ​, ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ສອດ​ຄ່ອງ​ກັບ​ກົດ​ບັດ ສ​ປ​ຊ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້​ງ​ດີງ​ຢູງ ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ຫລາຍ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ ແລະ ຂ້ຽວ​ຂາດ ເພື່ອ​ຊ່ວຍ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ, ສູ້​ຊົນ​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ