ທ່ານຮອງນາຍົກລັດຖະມົນຕີຈິງດິ່ງຢຸງເຮັດວຽກກັບກະຊວງຄົມມະນາຄົມຂົນສົ່ງ

ທ່ານຮອງນາຍົກລັດຖະມົນຕີຈິງດິ່ງຢຸງເຮັດວຽກກັບກະຊວງຄົມມະນາຄົມຂົນສົ່ງ - ảnh 1
ທ່ານຮອງນາຍົກລັດຖະມົນຕີຈິງດິ່ງຢຸງ
 ເຮັດວຽກກັບກະຊວງຄົມມະນາຄົມຂົນສົ່ງ
(ພາບ: dangcongsan)

(vovworld) –​ ​ໃນ​ວັນ​ທີ 19/5, ຢູ່​ຮ່າ​ໂນ້ຍ, ທີ່​ການ​ເຮ​ັດ​ວຽ​ກກັບ​ ກະ​ຊວງ​ຄົມ​ມະ​ນາຄົມ​ຂົນ​ສົ່ງ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິງ​ດິ່ງ​ຢຸງ ເນັ້ນ​ໜັກ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖ​ິງ ກະ​ຊວງຄົມ​ມະ​ນາຄົມ​ຂົນ​ສົ່ງ ​ຕ້ອງ​ສຸມ​ໃສ່​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ ໃຫ້​ສົມ​ບູບ​ແບບ, ໃນ​ນັ້ນ​​ສິ່ງ​ຮັບ​ບຸ​ລິ​ມະ​ສິດ​ສູງ​ສຸດ​ແມ່ນ ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ ທີ່​ມີ​ປະ​ສິດ​ທິ​ຜົນ​ ເພື່ອ​ດຶງ​ດູດ​​ແຫຼ່ງ​ກຳ​ລັງ ໃຫ້​ແກ່​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ ພື້ນ​ຖານ​ໂຄງ​ລ່າງ​​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິງ​ດິ່ງ​ຢຸງ ຮຽກ​ຮ້ອງ ​ຕ້ອງ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ດຳ​ເນີນ​ການ​ປ່ອຍ​ເງິນ​ໃຫ້ບັນ​ດາ​ໂຄງ​ການ​ລົງ​ທຶນ, ດຶງ​ດູດ​ທຸກ​ແຫຼ່ງ​​ກຳ​ລັງ​ ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ​ ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງຄົມ​ມະ​ນາ​ຄົມ ຕາມ​ຮູບ​ແບບ​ຄູ່​ຮ່ວມ​ມື​ລັດ-ເອ​ກະ​ຊົນ (PPP) ລວມ​ທັງ​ແຫຼ່ງ​ກຳ​ລັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິງ​ດິ່ງ​ຢຸງ ກໍ່​ໄດ້​ຮຽກ​ຮ້ອງ​ຂະ​ແໜງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ ​ວຽກ​ງານ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ, ເປັນ​ຕົ້ນ​ແມ່ນ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ.

 

 

 

ຂ່າວ/ບົດ​ອື່ນ