ທ່ານຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມກອງປະຊຸມສົ່ງເສີມການຮ່ຳຮຽນຫວຽດນາມຄັ້ງທີ5

ທ່ານຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມກອງປະຊຸມສົ່ງເສີມການຮ່ຳຮຽນຫວຽດນາມຄັ້ງທີ5 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພ​າບ:dantri.com

(vovworld)- ຕອນ​ເຊົ້າ​ວັນ​ທີ 22/9, ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ​ຄັ້ງ​ທີ 5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ຂອງ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ 20 ປີ​ຜ່ານ​ມາ ແລະ ຜົນ​ງານ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ສ້າງ​ຮູບ​ແບບ​ຮ່ຳ​ຮຽນ​ຂັ້ນ​ຕາ​ແສງ.  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ສະ​ເຫນີ ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ ຫວຽດ​ນາມ ສືບ​ຕໍ່​ຜັນ​ຂະ​ຫຍາຍ ແລະ ປຸກ​ລະ​ດົມ​ຂະ​ບວນ​ການ​ສ້າງ​ສັງ​ຄົມ​ຮ່ຳ​ຮຽນ ແລະ ສະ​ເຫນີ​ບັນ​ດາ​ນະ​ໂຍ​ບາຍ​ລົງ​ທຶນ, ສ້າງ​ສູນ​ຮ່ຳ​ຮຽນ​ໃນ​ປະ​ຊາ​ຄົມ​ໃຫ້​ສົມ​ບູນ​ແບບ, ຮູບ​ແບບ​ພົນ​ລະ​ເມືອງ​ຮ່ຳ​ຮຽນ ແລະ ນະ​ຄອນ ຮ່ຳ​ຮຽນ.

        “ພວກ​ເຮົາ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ການ​ສຶກ​ສາ​ປ່ຽນ​ໃຫມ່​ການ​ສອນ​ວິ​ຊາ​ຊີບ​ຢູ່​ເຂດ​ຊົນ​ນະ​ບົດ ແລະ ຄວນ​ມີ​ບັນ​ດາ​ຂະ​ບວ​ນ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຂ້າ​ພະ​ເຈົ້າ​ສະ​ເຫນີ ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ກະ​ຊວງ​ແຮງ​ງານ ທະ​ຫານ​ເສ​ຍ​ອົງ​ຄະ​ ແລະ ສັງ​ຄົມ, ບັນ​ດາ​ກະ​ຊວງ​ຂະ​ແຫນງ​ການ​ສູນ​ກາງ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ ແລະ ສ້​າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ​ຫວຽດ​ນາມ ສຳ​ເລັດ​ຫນ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ.”

 

ຕອບກັບ

ຂ່າວ/ບົດ​ອື່ນ