ທ່ານຮອງນາຍົກລັດຖະມົນຕີເຈືອງຮວ່າບີງໄປຢ້ຽມຢາມແລະເຮັດວຽກກັບອົງການປະຈຳການຄະນະກຳມະການຊີ້ນຳເຂດໄຕບັກ
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບີງທີ່ການເຮັດວຽກກັບອົງການປະຈຳການຄະນະຊີ້ນຳເຂດໄຕບັກ
|
(vovworld)- ວັນທີ 19/5, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບີງ ແລະ ຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ ແລະເຮັດວຽກກັບອົງການປະຈຳການຄະນະຊີ້ນຳເຂດໄຕບັກ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ເນັ້ນຫນັກເຖິງບັນດາທ່າໄດ້ປຽບຂອງເຂດໄຕບັກ ແລະ ສະເຫນີ: ຄະນະຊີ້ນຳເຂດໄຕບັກ ແລະ ບັນດາທ້ອງຖິ່ນໃນເຂດສືບຕໍ່ຍູ້ແຮງການປະຕິບັດຫນ້າທີ່ພັດທະນາເສດຖະກິດສັງຄົມ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ປະຕິບັດວຽກງານຊົນເຜົ່າ,ສາສະຫນາເປັນຢ່າງດີ, ຍົກສູງລະດັບຄວາມຮູ້ໃຫ້ແກ່ຖັນແຖວພະນັກງານ, ຄົ້ນຄ້ວາ, ເປັນເສນາທິການ, ສະເຫນີບັນດານະໂຍບາຍໃຫ້ແກ່ການພັດທະນາຂອງເຂດໄຕບັກ.