( vovworld ) – ໃນຂອບເຂດກອງປະຊຸມປະຈຳປີເວທີປາໄສປົວຢາວ 2012 ເຊິ່ງຖືກຈັດຂຶ້ນຢູ່ໄຮ່ໜານ, ປະເທດຈີນ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນສອງວາລະປະຊຸມທີ່ສຳຄັນ, ເຊິ່ງລວມມີວາລະປຶກສາຫາລືກ່ຽວກັບອາຊຽນ ດ້ວຍຫົວຂໍ້ວ່າ “ ເຂດການຄ້າເສລີອາຊຽນ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ” ແລະ ວາລະເຮັດວຽກດ້ວຍຫົວຂໍ້ວ່າ “ ອາຊີໂລກທີ່ພວມມີການຫັນປ່ຽນ; ມຸ່ງໄປເຖິງການຈະເລີນເຕີບໂຕຢ່າງປອດໄສ ແລະ ໝັ້ນຄົງ ”.
ທີ່ວາລະປຶກສາຫາລືກ່ຽວກັບອາຊຽນ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ແບ່ງປັນທັດສະນະຂອງຫວຽດນາມ ກ່ຽວກັບວິວັດການເຊື່ອມໂຍງ ແລະ ຄວາມຕັດສິນໃຈຂອງອາຊຽນ ໃນການກໍ່ສ້າງປະຊາຄົມເສດຖະກິດອາຊຽນໃຫ້ສຳເລັດໃນປີ 2015. ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງການຮັດແຄບຊ່ອງວ່າງການພັດທະນາພາຍໃນກຸ່ມ ແລະ ພາກພື້ນ, ເພີ່ມທະວີເຊື່ອນຈອດທັງດ້ານພື້ນຖານໂຄງລ່າງ, ລະບຽບກົດໝາຍ ແລະ ພົບປະແລກປ່ຽນປະຊາຊົນ, ສົມທົບກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມເພື່ອຮັບປະກັນການເຕີບໂຕຢ່າງໝັ້ນຄົງ.
ກ່າວຄຳເຫັນທີ່ວາລະເຮັດວຽກກ່ຽວກັບຫົວຂໍ້ວ່າ ອາຊີໃນໂລກທີ່ພວມມີການຫັນປ່ຽນ. ທ່ານຮອງນາຍົກລັດຖະມົນຕີໄດ້ຕີລາຄາເລື່ອງບັນດາພື້ນຖານເສດຖະກິດອາຊີ ພວມຢູ່ໃນວິວັດການຫັນປ່ຽນຢ່າງແຮງ, ມຸ່ງໄປເຖິງການຈະເລີນເຕີບໂຕປອດໄສ ແລະ ໝັ້ນຄົງແມ່ນແທດເໝາະກັບທ່າອຽງລວມຂອງໂລກ. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ກໍແບ່ງປັນນະໂຍບາຍໂຄງປະກອບສ້າງພື້ນຖານເສດຖະກິດມຸ່ງໄປເຖິງການເຕີບໂຕຂຽວ ແລະ ໝັ້ນຄົງຂອງຫວຽດນາມ ນີ້ກໍແມ່ນນະໂຍບາຍເພື່ອຮັບປະກັນການຈະເລີນເຕີບໂຕຢ່າງໝັ້ນຄົງຂອງແຕ່ລະປະເທດກໍຄືທົ່ວພາກພື້ນ.
ຢູ່ນອກກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ຕ້ອນຮັບທ່ານຮອງເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ ( OECD ) Richard Boucher ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ກັບອົງການນີ້.