ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນບັນດານັກວິທະຍາສາດດ້ານການແພດລັດເຊຍ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບຄະນະຜູ້ແທນບັນດານັກວິທະຍາສາດດ້ານການແພດສະຫະພັນລັດເຊຍ
(ພາບ: VGP)
(vovworld) – ຕອນບ່າຍວັນທີ 20/10, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດານັກວິທະຍາສາດດ້ານການແພດສະຫະພັນລັດເຊຍ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ກິດຈະກຳກໍ່ສ້າງສຸສານປະທານໂຮ່ຈິມິນ ຍາມໃດກໍ່ແມ່ນສັນຍາລັກແຫ່ງນ້ຳໃຈມິດຕະພາບ, ຄວາມສັດຊື່, ຜູກພັນກັນລະຫວ່າງ 2 ຊາດ. ການນຳພັກ, ລັດ ແລະ ລັດຖະບານຫວຽດນາມ ຕີລາຄາສູງການຮ່ວມມືຮອບດ້ານ, ນ້ຳໃຈຂອງບັນດານັກວິທະຍາສາດດ້ານການແພດ, ເຕັກນິກຂອງໂຊວຽດ ໃນເມື່ອກອນ ແລະ ລັດເຊຍ ໃນປະຈຸບັນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ລັດ ແລະ ບັນດານັກວິທະຍາສາດສະຫະພັນລັດເຊຍ ຈະສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອຫວຽດນາມ ໃນການລົງເລິກຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ບຳລຸງສ້າງພະນັກງານວິທະຍາສາດເຕັກນິກ. ພ້ອມທັງໜູນຊ່ວຍຮ່ວມມືກັບບັນດານັກວິທະຍາສາດຫວຽດນາມ ເພື່ອປະຕິບັດໜ້າທີ່ຮັກສາຊາກສົບປະທານໂຮ່ຈິມິນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ.