ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງເຂົ້າຮ່ວມລາຍການ “ກຳລັງແຮງມະນຸດສະທຳ2019”

(VOVWORLD) -ຕອນຄ່ຳວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ເຂົ້າຮ່ວມລາຍການ “ກຳລັງແຮງມະນຸດສະທຳ 2019” ດ້ວຍຫົວຂໍ້ວ່າ “ວັນບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”.

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງເຂົ້າຮ່ວມລາຍການ “ກຳລັງແຮງມະນຸດສະທຳ2019” - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ, ກ່າວຄຳເຫັນທີ່ພິທີ

(ພາບ: TTXVN)

ໂດຍສະພາກາແດງຫວຽດນາມ ຈັດຕັ້ງລາຍການເພື່ອແນໃສ່ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ສ່ວນບຸກຄົນ, ບັນດາຜູ້ມີຈິດໃຈເມດຕາ ໃນທົ່ວປະເທດຮ່ວມແຮງຮ່ວມໃຈໜູນຊ່ວຍຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ຕ້ອນຮັບວັນບຸນເຕັດຢ່າງເບີກບ່ານມ່ວນຊື່ນ.  ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ, ປະທານກິດຕິມະສັກສະພາກາແດງຫວຽດນາມ, ເນັ້ນໜັກວ່າ.

        “ຂ້າພະເຈົ້າຕີລາຄາສູງຂໍ້ລິເລີ່ມຂອງສະພາກາແດງຫວຽດນາມ ທີ່ໄດ້ຈັດຕັ້ງເຫດການ “ກຳລັງແຮງມະນຸດສະທຳ” ໃນແຕ່ລະປີດ້ວຍຈຸດປະສົງອັນດີງາມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈບັນດາການປະກອບສ່ວນທີ່ສຳຄັນຂອງຖັນແຖວພະນັກງານ, ສະມາຊິກສະພາກາແດງ, ສະມາຊິກອາສາສະໝັກ, ຊາວໜຸ່ມເຍົາວະຊົນສະພາກາແດງ, ການປະກອບສ່ວນຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທຸກຊັ້ນວັນນະທີ່ໄດ້ປະກອບສ່ວນໃຫ້ແກ່ວຽກງານການກຸສົນ ແລະ ການເຄື່ອນໄຫວຂອງສະພາກາແດງໃນຊຸມປີຜ່ານມາ. ຜ່ານນັ້ນ, ມີຜູ້ປະສົບກັບຄວາມຫຍຸ້ງຍາກນັບລ້ານຄົນ ໄດ້ມີຊີວິດຊີວາ ແລະ ບືນຕົນຂຶ້ນໃນການດຳລົງຊີວິດ”.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ຮຽກຮ້ອງໃຫ້ບັນດາສຳນັກງານ, ອົງການຈັດຕັ້ງ, ວິສາຫະກິດ, ຜູ້ມີຈິດໃຈເມດຕາ ແລະ ປະຊາຊົນທຸກຊັ້ນວັນນະສືບຕໍ່ພ້ອມກັບສະພາກາແດງຫວຽດນາມ ຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ ໜູນຊ່ວຍຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມຢ່າງມີປະສິດທິຜົນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ