ທ່ານເລຂາທິການໃຫຍ່ ສປຊ Ban Ki moon
photo:internet
|
(vovworld) - ວັນທີ 26/2, ໂດຍສະແດງຄວາມວິຕົກກັງວົນກ່ຽວກັບວິກິດການການເມືອງປະຈຸບັນຢູ່ໄທ, ທ່ານເລຂາທິການໃຫຍ່ ສປຊ Ban Ki moon ໄດ້ຮຽກຮ້ອງທຸກຝ່າຍຢູ່ໄທ ເຂົ້າຮ່ວມການພົບປະເຈລະຈາໂດຍໄວ. ໃນຖະແຫລງການຜ່ານໂຄສົກ, ທ່ານເລຂາທິການໃຫຍ່ ສປຊ Ban Ki moon ກ່າວປະນາມສະພາບໃຊ້ຄວາມຮຸນແຮງທີ່ນັບມື້ນັບປີນຂັ້ນໄດໃນຊຸມມື້ຜ່ານມາຢູ່ຫລາຍເຂດຂອງໄທ. ທ່ານຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຕ້ອງເຄົາລົບສິດທິມະນຸດ ແລະ ກົດໝາຍ, ບໍ່ປະຕິບັດບັນດາການກະທຳໃຊ້ຄວາມຮຸນແຮງໃນວິວັດການແກ້ໄຂຄວາມບໍ່ລົງລອຍກັນດ້ານການເມືອງ ຢ່າງເດັດຂາດ. ໃນວັນດຽວກັນ, ທ່ານນາງ Catherine Ashton, ຜູ້ຕາງຫນ້າຂັ້ນສູງ ຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການໂອ້ລົມສົນທະນາຂອງ ສະຫະພາບເອີລົບ (EU) ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການໃຊ້ຄວາມຮຸນແຮງດ້ານການເມືອງໃນໄລຍະມໍ່ໆມານີ້ຢູ່ໄທ.