ທ່ານຫງວຽນຟູຈ້ອງຢ້ຽມຢາມເຂດອຸດສາຫະກຳຫວຽດນາມ-ສິງກະໂປ
(ພາບ:vov.vn)
(vovworld)- ຕອນບ່າຍວັນທີ 13/4, ທີ່ການເຮັດວຽກກັບການນຳແຂວງບິ່ງເຢືອງ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ໄດ້ຍອ້ງຍໍຊົມເຊີຍການເປັນເຈົ້າການ, ມີຫົວຄິດປະດິດສ້າງ, ກ້າຄິດກ້າທຳ, ເສີມຂະຫຍາຍນ້ຳໃຈສາມັກຄີ, ປະຊາທິປະໄຕຂອງແຂວງໃນການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ, ຂຸດຄົ້ນທ່າໄດ້ປຽບຄວາມສາມາດບົ່ມຊ້ອນດ້ານພູມມີປະເທດ, ຊັບພະຍາກອນທີ່ດິນ, ເສີມຂະຫຍາຍປັດໄຈມະນຸດຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ສະເໜີວ່າ: ໃນໄລຍະຈະມາເຖິງ, ບິ່ງເຢືອງ ຕ້ອງເອົາໃຈໃສ່ພັດທະນາຢ່າງໄວວາແຕ່ຕ້ອງມີຄວາມໜັກແໜ້ນ, ໝັ້ນຄົງ:
“ມີຫຼາຍປັດໄຈເພື່ອເວົ້າກ່ຽວກັບການພັດທະນາແບບຍືນຍົງ. ນັ້ນແມ່ນບັນຫາສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ວາງແຜນຜັງ, ຄຸ້ມຄອງທີ່ດິນ, ສົມທົບກັບການກໍ່ສ້າງຊົນນະບົດ, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ. ຖ້າພຽງແຕ່ເອົາໃຈໃສ່ເຖິງການເຕີບໂຕ, ຈີດີພີ, ຕາມຂອບຂະໜາດ ແຕ່ຂາດປັດໄຈໃດໜຶ່ງຈະບໍ່ພັດທະນາແບບຍືນຍົງໄດ້“.
ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ສະເໜີໃຫ້ແຂງບິ່ງເຢືອງ ຈົ່ງເອົາໃຈໃສ່ຊອກຫາມາດຕະການແກ້ໄຂການເພີ່ມພົນລະເມືອງ ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາ ກອນມະນຸດມີຄຸນນະພາບສູງ.