ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຢ້ຽມຢາມສັນຕະວະໄມຕີ ສປປ ລາວ ຢ່າງເປັນທາງການ
|
(vovworld) – ຕອນບ່າຍວັນທີ 26/11, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສັນຕະວະໄມຕີ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 24 – 26/11/2016 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສົ່ງໂທລະເລກຂອບໃຈ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ.
ເມື່ອຕອບສຳພາດສື່ມວນຊົນກ່ຽວກັບໝາກຜົນຂອງການຢ້ຽມຢາມ, ທ່ານ ຮ່ວາງບີ່ນກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຊີ້ແຈ້ງວ່າ ການຢ້ຽມຢາມສັນຕະວະໄມຕີ ສປປ ລາວ ຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ບັນລຸບັນດາໝາກຜົນສຳຄັນຫຼາຍຢ່າງ. ສອງຝ່າຍໄດ້ເຫັນດີເປັນເອກະພາບຮັບຮູ້ ແລະ ຢັ້ງຢືນວ່າ ການພົວພັນສາມັກຄີ, ຄວາມຜູກພັນແບບພິເສດ ຫວຽດນາມ - ລາວ ເປັນຊັບສົມບັດອັນລ້ຳຄ່າ, ເປັນກົດເກນແຫ່ງຄວາມເປັນຕາຍ, ເປັນປັດໄຈຂາດບໍ່ໄດ້ສຳລັບໄຊຊະນະຂອງ 2 ພັກ, ສອງລັດ, ປະຊາຊົນ 2 ປະເທດໃນການຕໍ່ສູ້ຍາດເອົາ, ຮັກສາ ແລະ ປົກປັກຮັກສາພື້ນຖານເອກະລາດ, ເສລີພາບກ່ອນນີ້ ກໍ່ຄືໃນພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ໄດ້ມີການພົບປະ, ໂອ້ລົມ ກັບພະນັກງານ, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວຈຳນວນ 1.800 ຄົນ. ບົດຄຳເຫັນຂອງທ່ານເລຂາທິການໃຫຍ່ ໄດ້ແບ່ງປັນບັນດາຄວາມຄິດ, ການກຳນົດທິດໃຫຍ່ກ່ຽວກັບການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ, ກ່ຽວກັບເສັ້ນທາງທີ່ທັງ 2 ພັກ, 2 ລັດ, ປະຊາຊົນ 2 ປະເທດ ໄດ້ເລືອກເຟັ້ນ ກໍ່ຄືຄວາມມຸ່ງມາດປາດຖະໜາຂອງທ່ານເລຂາທິການໃຫຍ່ ສຳລັບເພື່ອນໜຸ່ມ, ສົ່ງສານຢ່າງເລິກເຊິ່ງເຖິງລຸ້ນໜຸ່ມ ແລະ ມະຫາຊົນຂອງທັງ 2 ປະເທດ.
ກໍ່ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ, ທ່ານນາງ ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ຢັ້ງຢືນວ່າ: ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ ແລະ ຫວຽດນາມ ໂດຍທ່ານປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະ ໂດຍການນຳລຸ້ນຕ່າງໆ ກໍ່ຄືປະຊາຊົນ ສອງປະເທດສືບຕໍ່ຮັກສາ, ເພີ່ມພຸນຄຸນສ້າງ ແລະ ພັດທະນາ.