ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ
ເຮັດວຽກກັບອົງການກວດກາລັດຖະບານ
ພາບ:vov
|
( vovworld)- ວັນທີ 16/3, ຢູ່ຮ່າໂນ້ຍ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ມີການເຮັດວຽກກັບອົງການກວດກາລັດຖະບານກ່ຽວກັບການປະຕິບັດໜ້າທີ່ນັບແຕ່ຕົ້ນອາຍຸການຂອງກອງປະຊຸມໃຫຍ່ຄັ້ງທີ XI, ມາຮອດປະຈຸບັນ; ວາງທິດທາງໜ້າທີ່ປີ 2015 ແລະ ອາຍຸການທີ່ຈະມາເຖິງ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີຂະແໜງກວດກາປະຕິບັດໜ້າທີ່ໄດ້ເປັນຢ່າງດີ, ສູ້ຊົນຍົກສູງບົດບາດຂອງອົງການກວດກາ, ປະຕິບັດບົດບາດໜ້າທີ່ແມ່ນເຄື່ອງມືອັນແຫຼມຄົມຂອງພັກ, ລັດເພື່ອຕໍ່ສູ້ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ປະກົດການຫຍໍ້ທໍ້. ອົງການກວດກາລັດຖະບານຄວນເປັນເຈົ້າການໃນການກວດກາຕາມແຜນການ, ພ້ອມທັງກຳແໜ້ນສະພາບເພື່ອສະເໜີການປະຕິບັດການກວດກາທີ່ເກີດຂຶ້ນໂດຍບັງເອີນ, ສຸມໃສ່ເຂົ້າໃນບັນດາບັນດາຂົງເຂດທີ່ເຄີຍເກີດປະກົດການຫຍໍ້ທໍ້; ຍູ້ແຮງປ້ອງກັນ ແລະ ພົບເຫັນບັນດາການສໍ້ຫຼາດບັງຫຼວງໂດຍຜ່ານການກວດກາ, ແກ້ໄຂການ ຮ້ອງຟ້ອງ ຮ້ອງທຸກ; ປະຕິບັດຢ່າງຄົບຊຸດຕາມຂໍ້ກຳນົດຂອງກົດໝາຍ, ເອົາໃຈໃສ່ເຖິງກໍລະນີຮ້ອງຟ້ອງຮ້ອງທຸກທີ່ເຕົ້າໂຮມປະຊາຊົນເປັນຈຳນວນຫລາຍ ແລະ ແກ່ຍາວ.