ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ອະ​ນຸ​ກຳ​ມະ​ການ​ເນື້ອ​ໃນກອງ​ປະ​ຊຸມ​ໃຫຍ່​ ​ຄັ້ງ​ທີ 13 ຂອງ ພັກ

(VOVWORLD) -ຕອນບ່າຍວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ໄດ້ຈັດກອງປະຊຸມຮັບເອົາຄຳເຫັນຂອງອົງການຈັດຕັ້ງພັກ ແລະ ສ່ວນບຸກຄົນຈຳນວນໜຶ່ງ, ສືບຕໍ່ສ້າງຮ່າງບົດລາຍງານການເມືອງໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ອະ​ນຸ​ກຳ​ມະ​ການ​ເນື້ອ​ໃນກອງ​ປະ​ຊຸມ​ໃຫຍ່​ ​ຄັ້ງ​ທີ 13 ຂອງ ພັກ - ảnh 1  ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

         ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ຂອງພັກ ໄດ້ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.

        ທີ່ກອງປະຊຸມ, ບັນດາສະມາຊິກອະນຸກຳມະການເນື້ອໃນໄດ້ ສືບຕໍ່ປຶກສາຫາລື  ແລະ ປະກອບຄຳເຫັນຕໍ່ບັນດາບັນຫາ ຄື: ຫົວຂໍ້ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ກ່ຽວກັບການຕີລາຄາໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ; ກ່ຽວກັບການຄາດຄະເນສະພາບການ; ກ່ຽວກັບທັດສະນະຊີ້ນຳ; ກ່ຽວກັບເປົ້າໝາຍພັດທະນາ; ກ່ຽວກັບບັນດາບາດກ້າວບຸກທະລຸທາງດ້ານຍຸດທະສາດ ແລະ ການກຳນົດທິດໜ້າທີ່, ມາດຕະການພັດທະນາບັນດາຂົງເຂດ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ  ຕັກເຕືອນວ່າ:

“ຕ້ອງມີຄວາມເອົາໃຈໃສ່ທີ່ສຸດ, ເອກະສານກອງປະຊຸມໃຫຍ່ຂອງພັກ ຕ້ອງມີລັກສະນະຍຸດທະສາດ, ລັກສະນະທິດສະດີ, ລັກສະນະການເມືອງຢ່າງສູງ; ພ້ອມທັງຕ້ອງມີລັກສະນະມະຫາຊົນ, ລຽບງ່າຍ, ໃຜອ່ານກໍເຂົ້າໃຈ, ຂຽນແນວໃດໃຫ້ເຂົ້າໃຈງ່າຍ, ຈື່ໄດ້ງ່າຍ ແລະ ກວດກາໄດ້ຢ່າງງ່າຍດາຍ”.


ຕອບກັບ

ຂ່າວ/ບົດ​ອື່ນ