ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກົມການເມືອງ

(VOVWORLD) - ວັນທີ 15 ພະຈິກ, ທີ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງ 

ເພື່ອປະກອບຄຳເຫັນໃສ່ແຜນຮ່າງສະຫລຸບ 10 ປີແຫ່ງການປະຕິບັດບົດສະຫລຸບເລກທີ 48 ຂອງກົມການເມືອງຊຸດທີ X ກ່ຽວກັບການກໍ່ສ້າງ, ພັດທະນາແຂວງ ເທື່ອທຽນ-ເຫວ້ ແລະ ຕົວເມືອງ ເຫວ້ ຮອດປີ 2020 ແລະ ບົດສະຫລຸບເລກທີ 60 ຂອງກົມການເມືອງຊຸດທີ X ກ່ຽວກັບການກໍ່ສ້າງ, ພັດທະນານະຄອນ ບວນມາທັວດ, ແຂວງ ດັກລັກ ໃຫ້ກາຍເປັນຕົວເມືອງໃຈກາງເຂດ ໄຕງວຽນ.

        ພາຍຫລັງໄດ້ຮັບຟັງບົດລາຍການກ່ຽວກັບບັນດາເນື້ອໃນພື້ນຖານຂອງແຜນຮ່າງສະຫຼຸບ 2 ສະບັບ ແລະ ບົດລາຍງານສັງລວມການປະກອບຄຳເຫັນບັນດາອົງການທີ່ກ່ຽວຂ້ອງ ແລະ ຄຳເຫັນຂອງບັນດາກຳມະການກົມການເມືອງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຄະນະເສດຖະກິດສູນກາງ - ອົງການປະຈຳການຂອງຄະນະຊີ້ນຳສູນກາງມີການກະກຽມກໍ່ສ້າງແຜນຮ່າງຢ່າງລອບຄອບຖີ່ຖ້ວນ, ຮັບຟັງຄຳເຫັນປະກອບຂອງບັນດາອົງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ລະອຽດ. ກົມການເມືອງໄດ້ເຫັນດີໂດຍພື້ນຖານບັນດາເນື້ອໃນທີ່ໄດ້ຍົກອອກໃນໃບສະເໜີ ແລະ ບົດລາຍງານສະຫລຸບ 2 ສະບັບດັ່ງກ່າວ.

        ດ້ວຍເປົ້າໝາຍກໍ່ສ້າງ ແລະ ພັດທະນາ ເທື່ອທຽນເຫວ້ ໃຫ້ກາຍເປັນນະຄອນຂຶ້ນກັບສູນກາງ, ກົມການເມືອງໄດ້ເຫັນດີເປັນເອກະພາບປະກາດໃຊ້ມະຕິກ່ຽວກັບການກໍ່ສ້າງ ແລະ ພັດທະນາ ເທື່ອທຽນເຫວ້ ຮອດປີ 2030, ວິໄສທັດຮອດປີ 2045 ແລະ ຮຽກຮ້ອງໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ເທື່ອທຽນເຫວ້ ຄວນຜັນຂະຫຍາຍມະຕິຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.

ເມື່ອສະຫລຸບການປະຕິບັດບົດສະຫລຸບເລກທີ 60 ຂອງສູນກາງພັກກ່ຽວກັບການກໍ່ສ້າງ ແລະ ພັດທະນານະຄອນ ບວນມາທວັດ ໃຫ້ກາຍເປັນຕົວເມືອງສູນກາງເຂດໄຕງວຽນ, ກົມການເມືອງຕີລາຄາວ່າ: ນະຄອນ ບວນມາທວັດ ມີຄວາມບາກບັ່ນພະຍາຍາມຫຼາຍຢ່າງເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາເປັນຢ່າງດີ, ເສດຖະກິດມີການເຕີບໂຕສູງພໍສົມຄວນ; ກາຍເປັນຕົວເມືອງປະເພດໜຶ່ງຂຶ້ນກັບແຂວງ ດັກລັກ, ມຸ່ງໄປສູ່ຕົວເມືອງທັນສະໄໝ, ສີສັນເຂດໄຕງວຽນ; ຊີວິດທາງດ້ານວັດຖຸ, ວັດທະນະທຳ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນ; ວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງຍາມໃດກໍ່ໄດ້ເອົາໃຈໃສ່…. ດ້ວຍເປົ້າໝາຍຮອດປີ 2030, ບວນມາທວັດ ຕ້ອງກາຍເປັນຕົວເມືອງຂຽວ, ຊີວະພາບ, ອັດສະລິຍະ ແລະ ມີສີສັນສະເພາະ, ເປັນຕົວເມືອງສູນກາງຂອງເຂດໄຕງວຽນ; ເປັນຕົວເມືອງແກ່ນສານຂອງລະບົບຕົວເມືອງ, ການເຕີບໂຕຂອງເຂດໄຕງວຽນ ແລະ ສາມຫຼ່ຽມພັດທະນາ ຫວຽດນາມ-ລາວ-ກຳປູເຈຍ, ກົມການເມືອງເຫັນດີເປັນເອກະພາບ ປະກາດໃຊ້ບົດສະຫລຸບກ່ຽວກັບການສ້າງ ແລະ ພັດທະນານະຄອນ ບວນມາທວັດ ຮອດປີ 2030, ວິສັດໄທຮອດປີ 2045 ແລະ ຮຽກຮ້ອງໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ບວນມາທວັດ ແລະ ແຂວງ ດັກລັກ ຜັນຂະຫຍາຍບົດສະຫລຸບຢ່າງເຂັ້ມງວດ ແລະ ມີປະສິດທິຜົນ; ເສີມຂະຫຍາຍຄວາມເຫັນດີເຫັນພ້ອມຂອງສັງຄົມ, ບົດບາດການນຳຂອງອົງການຈັດຕັ້ງພັກ, ການເຂົ້າຮ່ວມຂອງທັງລະບົບການເມືອງຢ່າງສູງສຸດ. ເພື່ອນຳບົດສະຫລຸບເຂົ້າໃນຊີວິດຕົວຈິງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ