ທ່ານເລຂາທິການໃຫ່ຍ ຫງວຍຟູຈ້ອງ ໃຫ້ການຕ້ອນຮັບກະສັດກາຕາ
ຕອນເຊົ້າວັນທີ 17/1, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງໄດ້ໃຫ້ການຕ້ອນຮັບທ່ານກະສັດກາຕາ Hamat Bin Khalipha Anthani ຊື່ງພວມຢູ່ຢ້ຽມຢາມຫວຽດນາມຢ່າງເປັນທາງການ. ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງໄດ້ຕີລາຄາສູງບັນດາອາລົມຈິດອັນດີງາມ ຊື່ງກະສັດ ແລະປະຊາຊົນກາຕາໄດ້ສະຫງວນໃຫ້ແກ່ຫວຽດນາມ. ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງໄດ້ສະແດງຄວາມພູມໃຈຕໍ່ບັນດາຜົນງານດ້ານເສດຖະກິດສັງຄົມຊື່ງກາຕາບັນລຸໃນໄລຍຜ່ານມາ. ທ່ານຢືນຢັນວ່າ ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບກາຕາ ແລະປາດຖະໜາວ່າ ສອງປະເທດຈະຍູ້ແຮງການພົວພັນສອງຝ່າຍກ່ວາອີກ, ນຳບັນດາການພົວພັນຮ່ວມມືເຂົ້ສູ່ລວງເລິກ, ນຳມາເຊີ່ງປະສິດທິຜົນອັນແທດຈິງ, ປະກອບສ່ວນໃຫ້ສັນຕິພາບ, ການຮ່ວມມື ແລະພັດທະນາ. ສ່ວນທ່ານກະສັດກາຕາ Hamat Bin Khalipha Anthani ໄດ້ສະແດງຄວາມພາກພູມໃຈທີ່ໄດ້ມາຢ້ຽມຢາມຫວຽດນາມເປັນຄັ້ງທຳອິດ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງປະເທດໃນທຸກຂົງເຂດກ່ວາອີກ ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ແຮງງານ, ການສຶກສາ, ບຳລຸງສ້າງ.