(vovworld) -ຕອນບ່າຍວັນທີ 22/1, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນ ຟຸ໋ຈ້ອງໄດ້ເດີນທາງອອກຈາກ Rome, ສິ້ນສຸດການຢ້ຽມຢາມທາງລັດຖະກິດອີຕາລີ. ໃນໂທລະເລກຂອບໃຈທີ່ສົ່ງເຖິງທ່ານປະທານາທິບໍດີອີຕາລີ Giorgio Napolitano, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນ ຟຸ໋ຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການຍົກການພົວພັນຫວຽດນາມ-ອີຕາລີໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ ຈະເປັນພື້ນຖານຢ່າງໝັ້ນແກ່ນເພື່ອຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃຫ້ນັບມື້ນັບພັດທະນາຢ່າງແຂງແຮງ, ຮອບດ້ານ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດ ຂອງປະຊາຊົນແຕ່ລະ ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.
ກ່ອນໜ້ານັ້ນ ຄື ວັນທີ 21/01, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີອີຕາລີ Giorgio Napolitano ໄດ້ມີການພົບປະກັບວົງການນັກຂ່າວຢູ່ທຳນຽບປະທານາທິບໍດີອີຕາລີ ພາຍຫຼັງສິ້ນສຸດການເຈລະຈາ. ນະທີ່ນີ້, ທ່ານປະທານາທິບໍດີ Giorgio Napolitano ໄດ້ຕີລາຂາສູງບັນດາຜົນງານກ່ຽວກັບການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ ແລະ ຢືນຢັນວ່າ ອີຕາລີ ປາດຖະໜາຍາກຊຸກຍູ້ການພົວພັນກັບຫວຽດນາມ ໃນທຸກຂົງເຂດຢ່າງແຮງ ແລະ ປະກອບຫຼາຍກວ່າອີກເພື່ອເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EU) ຫຼາຍກວ່າອີກ. ສ່ວນທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເນັ້ນໜັກວ່າ ຍາມໃດຫວຽດນາມ ກໍຖືເປັນສຳຄັນບົດບາດ, ທີ່ຕັ້ງຂອງອີຕາລີ ຢູ່ເອີລົບ ແລະ ຢູ່ໃນໂລກ. ກ່ຽວກັບໝາກຜົນຂອງການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີ Giorgio Napolitano, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີ້ແຈ້ງວ່າ.
“ພວກເຮົາໄດ້ເປັນເອກະພາບນຳກັນເກືອບທຸກຂົງເຂດທີ່ໄດ້ຍົກອອກມາ ແລະ ພ້ອມກັນສະຫຼຸບວ່າ ພວກເຮົາສາມາດປະກາດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ອີຕາລີ, ນີ້ກໍແມ່ນຮູບການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດ. ພວກເຮົາໄດ້ເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງຈະເສີມຂະຫຍາຍມູນເຊື້ອ, ບັນດາຜົນງານ, ບົດຮຽນທີ່ມີຢູ່ແລ້ວໃນການຮ່ວມມືຕະຫຼອດ 40 ປີຜ່ານມາ, ໃນໄລຍະໃໝ່ຈະສືບຕໍ່ນຳບັນດາການພົວພັນນີ້ເຂົ້າສູ່ລວງເລິກ ບົນພື້ນຖານຖະແຫຼງການຮ່ວມ ຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອີຕາລີ ໃນທຸກຂົງເຂດ, ແຕ່ກ່ອນອື່ນໝົດຕ້ອງສຸມໃສ່ຂົງເຂດເສດຖະກິດ, ການລົງທຶນ ແລະ ການຄ້າ”.
ແລະກໍໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີອີຕາລີ Mario Monti. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບນຳກັນຍູ້ແຮງການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດ; ລັດຖະບານ 2 ປະເທດໄດ້ສົ່ງເສີມ ແລະ ສ້າງເງື່ອງໄຂສະດວກເພື່ອໃຫ້ 2 ປະເທດຮ່ວມມືລົງທຶນ, ດຳເນີນທຸລະກິດໃນທຸກຂົງເຂດເຊິ່ງອີຕາລີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. 2 ປະເທດຈະສືບຕໍ່ຊຸກຍູ້ການລົງນາມ ແລະ ປະຕິບັດບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ, ບຳລຸງສ້າງ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ... ສິ້ນສຸດການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີອີຕາລີ Mario Monti ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຄື: ຖະແຫຼງການຮ່ວມສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອີຕາລີ; ບົດບັນທຶກຊ່ວຍຈຳກ່ຽວກັບໂຄງການຊາຍຄາ ອີຕາລີ; ໂຄງການເຄື່ອນໄຫວກ່ຽວກັບການຮ່ວມມືດ້ານການສຶກສາລະຫວ່າງ 2 ລັດຖະບານໄລຍະ 2013 – 2016; ບົດບັນທຶກຊ່ວຍຈຳລະຫວ່າງກະຊວງປ້ອງກັນປະເທດ; ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແລະ ຊ່ວຍເຫຼືອດ້ານບໍລິຫານໃນຂົງເຂດພາສີ; ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ - ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດອີຕາລີ....