ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເລີ່ມຕົ້ນ ການເຄື່ອນໄຫວໃນການ ຢ້ຽມຢາມສ.ເກົາຫຼີ
(ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ
ໄປຮອດສະໜາມບິນ Seongnam)
(vovworld) – ຕອນບ່າຍວັນທີ 1/10 (ຕາມເວລາທ້ອງຖີ່ນ), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ໄປຮອດສະໜາມບິນການທະຫານ Seongnam ຢູ່ນະຄອນຫຼວງ ເຊີອູນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງ ສ. ເກົາຫຼີ ຕາມຄຳເຊີນຂອງທ່ານນາງປະທານາທິບໍດີ Park Geun Hye. ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ບັນດາສະມາຊິກໃນຄະນະ ຢູ່ສະໜາມບິນ Seongnam ມີທ່ານລັດຖະມົນຕີການຕ່າງປະເທດ Yun Byung – se ພ້ອມກັບເຈົ້າໜ້າທີ່ລັດຖະບານ ສ. ເກົາຫຼີ ຫຼາຍທ່ານ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ເກົາຫຼີ ຟ້າມຮືວຈີ໋, ພ້ອມກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມ, ນັກຮຽນ ຫວຽດນາມ ຢູ່ ສ. ເກົາຫຼີ.
ພາຍຫຼັງເດີນທາງໄປຮອດນະຄອນຫຼວງ ເຊີອູນ, ສ. ເກົາຫຼີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ (KOVIFA) ໂດຍທ່ານປະທານ Choi Young Joo ນຳໜ້າເຂົ້າຢ້ຽມຂຳ່ນັບ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງບັນດາວຽກງານທີ່ແທດຈິງ ແລະ ມີຄວາມໝາຍຂອງສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ, ປະກອບສ່ວນເຂົ້າໃນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງເລິກເຊິ່ງ, ກ້ວາງຂວາງລະຫວ່າງ 2 ປະເທດຢ່າງວ່ອງໄວ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດແມ່ນພື້ນຖານສັງຄົມສຳຄັນທີ່ສຸດ, ເປັນພື້ນຖານໝັ້ນຄົງໃຫ້ແກ່ການພົວພັນລະຫວ່າງປະເທດຕ່າງໆ. ຫວຽດນາມ - ສ. ເກົາຫຼີ ມີສາຍສຳພັນແໜ້ນແຟ້ນຫຼາຍຢ່າງ, ນັ້ນແມ່ນມີຊາວ ສ. ເກົາຫຼີ ນັບແສນຄົນພວມດຳລົງຊີວິດ, ຮຳ່ຮຽນ, ເຮັດວຽກຢູ່ ຫວຽດນາມ ແລະ ມີຄົນງານ, ນັກຮຽນ, ນັກສຶກສາ ຫວຽດນາມ ແລະ ບັນດາລູກໃພ້ ຫວຽດນາມ ນັບແສນຄົນພວມດຳລົງຊີວິດ, ຮຳ່ຮຽນ, ເຮັດວຽກຢູ່ ສ. ເກົາຫຼີ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ: ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ຈະສືບຕໍແມ່ນແກ່ນສານຕັ້ງໜ້າຊຸກຍູ້ການພົວພັນແລກປ່ຽນປະຊາຊົນ 2 ປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.
ທ່ານປະທານສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ Choi Young Joo ພ້ອມກັບບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ສ. ເກົາຫຼີ ລ້ວນແຕ່ສະແດງຄວາມຮັກແພງທີ່ມີຕໍ່ ຫວຽດນາມ, ພ້ອມທັງຢັ້ງຢືນຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາຈະຕັ້ງໜ້າ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືເສດຖະກິດ, ວັດທະນະທຳ...ລະຫວ່າງ 2 ປະເທດ.
ແລະກໍ່ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະຢ່າງສະໜິດສະໜົມກັບຜູ້ຕ່າງໜ້າວົງຕະກຸນ ຫຼີ໋ (ຫວຽດນາມ) ຢູ່ ສ. ເກົາຫຼີ.