ທ່ານເລຂາທິການໃຫຍ່ Nguyen Phu Trong ໃຫ້ການຕ້ອນຮັບ ປະທານາທິບໍດີ ສ ສິງກາໂປ

ທ່ານເລຂາທິການໃຫຍ່ Nguyen Phu Trong ໃຫ້ການຕ້ອນຮັບ ປະທານາທິບໍດີ ສ ສິງກາໂປ - ảnh 1
ທ່ານປະທານາທິບໍດີ Tony Tan Keng Yam ແລະ ທ່ານ ເລຂາທິການໃຫຍ່ Nguyen Phu Trong
(ພາບ: CPV)

(vovworld) – ຕອນ​ເຊົ້າ​ວັນ​ທີ 24/4, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໃຫ້ການ​ຕ້ອນຮັບ ​ແລະ ​ໂອ້​ລົມ​ກັບ​ປະທານາທິບໍດີ ສ ສິງ​ກາ​ໂປ Tony Tan Keng Yam, ທີ່​ພວມ​ຢູ່​ຢ້ຽມຢາມຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊົມ​ເຊີຍ ທ່ານ​ປະທານາທິບໍດີ Tony Tan Keng Yam ​ໄດ້​ເລືອກ​ເຟັ້ນຫວຽດນາມ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ໄປ​ຢ​້ຽມຢາມ​ພາຍຫຼັງ​ໄດ້​ຮັບດຳລົງ​ຕຳ​ແໜ່​ງ, ຖື​ວ່ານີ້​ແມ່ນ​ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ຂອງ​ການ​ພົວພັນ​ມິ​ດຕະພາບ, ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການຮ່ວມ​ມື​ຢ່າງ​ດີງາມ​ລະຫວ່າງ 2 ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຕີ​ລາຄາ​ສູງ​ການ​ພົວພັນ 2 ຝ່າຍ, ຢືນຢັນ​ນະ​ໂຍບາຍ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ 2 ປະ​ເທດ​ທີ່​ໄດ້​ຮັບ​ການພັດທະນາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ປະສິ​ດທິຜົນ ​ແລະ ໝັ້ນຄົງ​​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ພ້ອມ​ທັງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ສິງ​ກາ​ໂປ ຢູ່ ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະ​ນາ​ຢູ່​ພາກ​ພື້ນ ​ແລະ ຢູ​ໃນ​ໂລກ…

ສ່ວນທ່ານ​ປະທານາທິບໍດີ Tony Tan Keng Yam, ສະ​ແດງ​ຄວາມ​ພາກ​ພຸມ​ໃຈ​ຕໍ່​ບັນດາ​ຜົນງານ​ເຊິ່ງລັດຖະບານ, ປະຊາຊົນ​ຫວຽດນາມ​ບັນລຸ​ໄດ້​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ທີ່ໄດ້​ເຮັດ​​ໃຫ້​ຫວຽດນາມ​ນັບ​ມື້​ນັບ​ມີ​ບົດບາດ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ປະທານ​າທິບໍດີ ສິງ​ກາ​ໂປ Tony Tan Keng Yam ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ຫວຽດນາມ​ຈະ​ສືບ​ຕໍ່​ຍາດ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​​ໂດຍ​ພື້ນຖານຕາມ​ທິດ​ທັນ​ສະ​ໄໝ​ໃນ​ປີ 2020.

 

ຂ່າວ/ບົດ​ອື່ນ