ທ່ານ Ted Osius ສາບານຕົວຮັບດຳລົງຕຳແຫນ່ງ
|
(vovworld)- ຕອນບ່າຍວັນທີ 10/12, ທ່ານ Ted Osius ໄດ້ປະຕິບັດພິທີສາບານຕົວຮັບດຳລົງຕຳແຫນ່ງເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ ດ້ວຍຄຳໝັ້ນສັນຍາມານະພະຍາຍາມຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າ. ກ່າວຄຳເຫັນນະພິທີ, ທ່ານ John Kerry, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ຖືວ່າ: ປະຈຸບັນ ຫວຽດນາມແມ່ນຫນຶ່ງໃນບັນດາແບບຢ່າງປະສົບຜົນສຳເລັດກ່ຽວກັບດ້ານເສດຖະກິດ; ການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ພັດທະນາອັນດີງາມ. ທ່ານ John Kerry ຍ້ອງຍໍທ່ານ Ted Osius ແມ່ນຫນຶ່ງໃນບັນດາຊາວອາເມລິກາ ທຳອິດ ໄດ້ມີການປະກອບສ່ວນເຂົ້າໃນການປ່ຽນໃຫມ່ອັນໃຫຍ່ຫລວງໃນການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ແລະ ປາດຖະຫນາວ່າ ໃນຖານະຕຳແຫນ່ງເອກອັກຄະລັດຖະທູດ, ທ່ານ Ted Osius ຈະມີການປະກອບສ່ວນຫລາຍກວ່າອີກໃຫ້ແກ່ການພົວພັນລະຫວ່າງສອງປະເທດ ໃນອະນາຄົດ. ກ່າວຄຳເຫັນນະພິທີ, ທ່ານ Ted Osius ເວົ້າວ່າ:
“ຄວາມໄຝ່ຝັນຂອງຂ້າພະເຈົ້າ ແລະ ຄອບຄົວໄດ້ປະກົດຜົນເປັນຈິງ. ຫວຽດນາມເປັນປະເທດທີ່ ຮັ່ງມີເຂັ້ມແຂງ, ເອກະລາດ, ເຄົາລົບອຳນາດນິຕິບັນຍັດ ແລະ ສິດທິມະນຸດ ຈະແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ ອາເມລິກາ ໃນຄວາມມານະພະຍາຍາມຮັບມືກັບບັນດາສິ່ງທ້າທາຍລວມໃນພາກພື້ນ ແລະ ໃນໂລກ.”
Nhat Quynh ,ນັກຂ່າວ VOV ປະຈຳ ອາເມລິກາ