ທ່ານ ຫງວຽນທ້ຽນເຍີນ ຕ້ອນຮັບເອກອັກຄະລັດຖະທູດກາຊັກສະຖານ
(ທ່ານ ຫງວຽນທ້ຽນເຍີນ ຕ້ອນຮັບເອກອັກຄະລັດຖະທູດກາຊັກສະຖານ)
(vovworld) - ວັນທີ 28/10, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳຫວຽດນາມ Baketzhan Zhumakhnove ເຂົ້າຢ້ຽມຂ່ຳນັບ ແລະ ຢ້ຽມຢາມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ຢືນຢັນວ່າ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ກາຊັກສະຖານ ຈະນັບມື້ນັບໄດ້ຮັບການປັບປຸງ. ທ່ານສະແດງຄວາມຂອບໃຈກາຊັກສະຖານ ໄດ້ສະໜັບສະໜູນຫວຽດນາມ ເຂົ້າຮ່ວມສະຫະພັນເສດຖະກິດອາຊີ - ເອີລົບ, ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ, ເດືອນ 10/2016, ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ - ເອີລົບ ເລີ່ມມີຜົນສັກສິດ ຈະເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ. ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ, ທ່ານເອກອັກຄະລັດຖະທູດກາຊັກສະຖານ ດ້ວຍບົດບາດຂອງຕົນຈະປະກອບສ່ວນຊ່ວຍໃຫ້ 2 ປະເທດຂຸດຄົ້ນບັນດາກາລະໂອກາດຂອງສັນຍາດັ່ງກ່າວ. ທ່ານ ຫງວຽນທ້ຽນເຍີນ ສະແດງຄວາມປາດຖະໜາວ່າ, ເມື່ອ 2 ປະເທດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2017, ເລື່ອງເຊື່ອມຕໍ່ເສັ້ນທາງລົດໄຟຈາກຫວຽດນາມ ໄປຍັງ ກາຊັກສະຖານ ຈະແມ່ນເຫດການສຳຄັນ, ສ້າງເປັນເສັ້ນທາງຍຸດທະສາດໃຫ້ສິນຄ້າຫວຽດນາມ ໄປຍັງເອີລົບ ຜ່ານກາຊັກສະຖານ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ນັບມື້ນັບຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນ.