ທ່ານ Kofi Annan ຢືນຢັນບົດບາດຂອງ ລັດເຊຍ ແລະ ອີຣານ ກ່ຽວກັບບັນຫາ ຊີຣີ

ທ່ານ Kofi Annan ຢືນຢັນບົດບາດຂອງ ລັດເຊຍ ແລະ ອີຣານ ກ່ຽວກັບບັນຫາ ຊີຣີ - ảnh 1
ທ່ານ Kofi Annan ​​ໄດ້ເນັ້ນ​ໜັກ​ວ່າ: ລັດ​ເຊຍ ​ແລະ ອີຣານ ສວມ​ບົດບາດ​ສຳຄັນ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ຢຸດ​ຕິສະພາບ​ການ​ນອງ​ເລືອດ​ຢູ່ ຊີຣີ
(ພາບ: ອີນເຕີເນັດ)

 (vovworld) - ວັນ​ທີ 8/7, ທູດ​ພິ​ເສດ​ລວມກ່ຽວ​ກັບ ຊີຣີຂອງ ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາ​ຮັບ ທ່ານ Kofi Annan ​​ໄດ້ເນັ້ນ​ໜັກ​ວ່າ: ລັດ​ເຊຍ ​ແລະ ອີຣານ ສວມ​ບົດບາດ​ສຳຄັນ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ຢຸດ​ຕິສະພາບ​ການ​ນອງ​ເລືອດ​ຢູ່ ຊີຣີ. ທ່ານ Annan ບໍ່ພໍ​ໃຈ​ຕໍ່​ເລື່ອງ​ມີ​ບາງ​ຄຳ​ເຫັນ​ຖື​ວ່າ ລັດ​ເຊຍ ​ແລະ ອີຣານ ​ແມ່ນ​ບັນດາ​ກຳລັງ​ກີດຂວາງ​ວິວັດທະນາ​ການ​ສັນຕິ​ພາບ, ​ແຕ່ບໍ່​​ເວົ້າ​ເຖິງ​ເລື່ອງ​ບັນດາ​ປະ​ເທດ​ອື່ນ​ໄດ້​ສະໜອງ​ອາວຸດ, ການ​ເງິນ ​ແລະ ມີໜ້າ​ຢູ່​ຊີຣີ. ວັນ​ທີ 9/7, ທ່ານ Kofi Annan ​ໄດ້​ໄປ​ຍັງ ຊີຣີ ​ເພື່ອ​ປຶກສາ​ຫາລື ກັບ​ບັນດາ​ການ​ນຳ ຊີຣີ ກ່ຽວ​ກັບ​ແຜນການ​ສັນຕິພາບລວມ 6 ຂໍ້​ໂດຍ​ທ່ານ​ຍົກ​ອອກ​ມາ. ນີ້​ແມ່ນ​ການ​ຢ້ຽມຢາມ​​ຄັ້ງ​ທີ 3 ຂອງ​ທ່ານ Annan ​​ເຖິງ ຊີຣີ ນັບ​ແຕ່​ເມື່ອ​ມີ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ