ທ່ານ Kofi Annan ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບ
ພາບ: REUTERS
|
(vovworld) - ຕາມທ່ານ Ahmad Fawzi ໂຄສົກຂອງທ່ານ Kofi Annan ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບ ກ່ຽວກັບສະພາບການ ຊີຣີ ແລ້ວ, ທ່ານ Kofi Annan ປາດຖະຫນາຢາກຮຽກໂຮມການປະຊຸມລະຫວ່າງ ບັນດາກຸ່ມພົບປະເຈລະຈາສາກົນກ່ຽວກັບສະພາບການ ຊີຣີໂດຍໄວ ເພື່ອຊ່ວຍເພີ່ມທະວີການປະຕິບັດແຜນການສັນຕິພາບ 6 ຂໍ້ ຂອງທ່ານ ແທນທີ່ຕ້ອງສ້າງແຜນການໃຫມ່. ບັນຫາຕົ້ນຕໍໃນຂໍ້ສະເຫນີຂອງທ່ານ Kofi Annan ນັ້ນແມ່ນສ້າງກຸ່ມພົບປະເຈລະຈາຊຶ່ງລວມມີ: ລັດເຊຍ, ຈີນ, ອາເມລິກາ, ອັງກິດ, ຝລັ່ງ ແລະ ບັນດາປະເທດທີ່ສວມບົດບາດສຳຄັນຢູ່ພາກພື້ນຕາເວັນອອກກາງຊຶ່ງມີລະດັບຜົນສະທ້ອນເຖິງລັດຖະບານ ຊີຣີ ແລະ ຝ່າຍຄ້ານຄື: ອາຣັບເບຍ ຊາອູດີດ, ກາຕາ, ຕວັກກີ ແລະ ອີຣານ. , ທ່ານ Kofi Annan ປາດຖະຫນາວ່າ ເລື່ອງສ້າງຕັ້ງກຸ່ມພົບປະເຈລະຈາຄືແນວນັ້ນຈະແກ້ໄຂສະພາບບໍ່ມີທາງອອກລະຫວ່າງ 5 ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດໃນບັນຫາຢັບຢັ້ງສະພາບການຢູ່ ຊີຣີ້. Kofi Annan ກໍກ່າວເຕືອນກ່ຽວກັບການໃຊ້ຄວາມຮຸນແຮງເຊື້ອຊາດຜິວພັນ ຢູ່ ຊີຣີ ພວມເພີ່ມຂຶ້ນໃນບັນດາສັບປະດາມໍ່ໆມານີ້ ແລະ ອາດຈະແຜ່ລາມອອກສູ່ບັນດາປະເທດບ້ານໃກ້ຄຽງ.