ທ່ານ Nguyen Phu Trong ໃຫ້ການຕ້ອນຮັບ ຫົວຫນ້າຄະນະຜູ້ຕາງຫນ້າ EU ປະຈຳ​ຫວຽດນາມ

ທ່ານ Nguyen Phu Trong ໃຫ້ການຕ້ອນຮັບ ຫົວຫນ້າຄະນະຜູ້ຕາງຫນ້າ EU ປະຈຳ​ຫວຽດນາມ - ảnh 1

ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ຕ້ອນຮັບ ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ສະຫະ​ພາບ​ເອີ​ລົບ (EU) ປະຈຳ​ຫວຽດນາມ Franz Jessen

(ພາບ:nguyenphutrong.net

( vovworld ) – ຕອນ​ບ່າຍ​ວັນ​ທີ 29/8, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​​ໄດ້ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ສະຫະ​ພາບ​ເອີ​ລົບ (EU) ປະຈຳ​ຫວຽດນາມ Franz Jessen. ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ຕີລາຄາ​ສູງບັນດາ​ບາດ​ກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ- EU ​ໃນ​ຫຼາຍ​ຂົງ​ເຂດ ນັບ​ແຕ່​ເມື່ອ​ສອງ​ຝ່າຍ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ໃນ​ປີ 1990. ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ຢືນຢັນ​ວ່າ: ຫວຽດນາມ ຖື​ EU ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ, ມີ​ທີ່​ຕັ້ງບົດບາດ​ໃນ​ບຸລິມະສິດ​ນະ​ໂຍບາຍ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ,  ​ແລະ ຖື​ວ່າ​ເລື່ອງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ແລະ​ຮ່ວມ​ມື​ຮອບດ້ານ ​ແລະ ​ເລີ່​ມຮອບ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ​ແມ່ນ​ບັນດາ​ຂີດ​ໝາຍ​ສຳຄັນ​ໃໝ່, ທັງ​ແມ່ນ​ກາລະ​ໂອກາດ ທັງ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ທັງ​ສອງ​ຝ່າຍ.

 

 

ຂ່າວ/ບົດ​ອື່ນ