ທ່ານ Nguyen Sinh Hung ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ແຂວງ Hung Yen
(ພາບປະກອບ)
(VOV)- ໃນບັນຍາກາດທົ່ວປະເທດສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຫວຽດນາມ (18/11/1930-18/11/2012), ຕອນເຊົ້າວັນທີ 18/11, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ລົງຢ້ຽມຢາມ ແລະ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນບ້ານ Tho Lao, ຕາແສງ Quang Hung, ເມືອງ Phu Cu, ແຂວງ Hung Yen. ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ປາດຖະໜາວ່າປະຊາຊົນເຂດຊຸມຊົນບ້ານ Tho Lao ກໍ່ຄືເຂດຊຸມຊົນອື່ນໆໃນແຂວງ Hung Yen ແລະ ທົ່ວປະເທດຈະສ້າງນ້ຳໃຈສາມັກຄີ, ຮ່ວງແຮງຮ່ວມໃຈລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ-ສັງຄົມ.
ໃນຊຸມມື້ນີ້, ບັນດາທ້ອງຖິ່ນໃນທົ່ວປະເທດກໍ່ໄດ້ຈັດການເຄື່ອນໄຫວຕ່າງໆຢ່າງແທດຈິງເພື່ອສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຫວຽດນາມ (18/11/1930-18/11/2012). ການນຳນະຄອນຮ່າໂນ້ຍ ໄດ້ໄປຢື້ຢາມຖາມຂ່າວບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ແລະ ພົບປະກັບບັນດາພະນັກງານ, ຜູ້ນຳຂອງແນວໂຮມໃນໄລຍະຕ່າງໆ. ຢູ່ແຂວງເງະອານ, ເຂດຊຸມຊົນທັງໝົດໃນບໍລະເວນແຂວງລ້ວນແຕ່ໄດ້ຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດເຊັ່ນດຽວກັນ. ທ່ານ Vuong Quang Minh ຫົວໜ້າຫ້ອງວ່າການຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເງະອານ ຊີ້ແຈງວ່າ:
“ເພື່ອຜັນຂະຫຍາຍບັ້ນຂົນຂວາຍນີ້ໃຫ້ເປັນຢ່າງດີ, ແຂວງເງະອານ ໄດ້ປະຕິບັດບັ້ນຂົນຂວາຍທົ່ວປວງຊົນສາມັກຄີກັນສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນພ້ອມກັບການປະຕິບັດບັນດາຄາດໝາຍຂອງການກໍ່ສ້າງຊົນນະບົດໃໝ່. ມີຫຼາຍຕາແສງສ້າງໄດ້ແບບແຜນການດຳລົງຊີວິດສີວິໄລໃນພິທີງານດອງ, ງານສົບ, ຮູບແບບຂົນຂວາຍປະຊາຊົນເກັ່ງ….ປະກອບສ່ວນສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ“