(ພາບ: nguyenphutrong.net)
(VOV)- ຕອນເຊົ້າວັນທີ 21/11, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Tanizaki Yasuaki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ເນັ້ນກໜັກວ່າ: ສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດ ແລະ ສົມທົບກັບສະພາແຫ່ງຊາດຍີ່ປຸ່ນ ເພື່ອເພີ່ມທະວີການຮ່ວມມື, ພົບປະແລກປ່ຽນລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ປາດຖະໜາວ່າສອງປະເທດຈະກະກຽມບັນດາການເຄື່ອນໄຫວສະເຫຼີມະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ ໃຫ້ເປັນຢ່າງດີ ແລະ ສະເໜີວ່າ: ພ້ອມກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ກຸ່ມພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບສອງປະເທດ, ບັນດາກຳມາທິການຂອງສະພາແຫ່ງຊາດສອງປະເທດຄວນຍູ້ແຮງການເຄື່ອນໄຫວປະສານສົມທົບ, ໂອ້ລົມສົນທະນາ, ແລກປ່ຽນຄຳເຫັນ ແລະ ແບ່ງປັນບົດຮຽນດ້ານນິຕິບັນຍັດ.
ສ່ວນທ່ານເອກອັກຄະລັດຖະທູດຍີ່ປຸ່ນ Tanizaki Yasuaki ໃຫ້ຮູ້ວ່າ, ໃນໄລຍະທີ່ຈະມາເຖິງ, ຍີ່ປຸ່ນ ຈະສືບຕໍ່ເພີ່ມທະວີຊ່ວຍເຫຼືອທຶນ ODA ໃຫ້ແກ່ຫວຽດນາມ ເພື່ອປະຕິບັດບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ທ່ານປາດຖະໜາວ່າຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນເພື່ອສ້າງເງື່ອນໄຂສະດວກກ່ວາອີກໃຫ້ບັນດາວິສາຫະກິດຍີ່ປຸ່ນ ລົງທຶນເຂົ້າຫວຽດນາມ ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ.