150 ລ້ານ USD ໃຫ້ແກ່ໂຄງການ “ຄຸ້ມຄອງໄພທຳມະຊາດ“
(ພາບ:vov.vn)
( vovworld ) – ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນອະນຸມັດໝາກຜົນແຫ່ງການເຈລະຈາໂຄງການ “ຄຸ້ມຄອງໄພທຳມະຊາດ“ ແລະ ບັນດາເອກະສານດ້ານກົດໝາຍທີ່ກ່ຽວຂ້ອງເຖິງໂຄງການຄືຂໍ້ສະເໜີຂອງທະນາຄານແຫ່ງລັດຫວຽດນາມ. ຍອດຈຳນວນທຶນ ODA ຂອງໂຄງການແມ່ນປະມານ 150 ລ້ານ USD ຈາກແຫຼ່ງທຶນກູ້ຢືມຂອງສະຫະສະມາຄົມພັດທະນາສາກົນ IDA ຂຶ້ນກັບທະນາຄານໂລກ WB. ໂຄງການຈະຖືກປະຕິບັດຢູ່ 10 ແຂວງທາງພາກກາງຫວຽດນາມ ຊື່ງລວມມີແຂວງ ThanhHoa, NgheAn, HaTinh, QuangBinh, Quang Tri, QuangNam, QuangNgai, Binh Dinh, Ninh Thuan ແລະ ນະຄອນ DaNang ແຕ່ປີ 2012-2016. ຈຸດໝາຍຕົ້ນຕໍຂອງໂຄງການ “ຄຸ້ມຄອງໄພທຳມະຊາດ“ ແມ່ນໜູນຊ່ວຍການຜນຂະຫຍາຍຍຸດທະສາດປ້ອງກັນ, ຕ້ານ ແລະ ຫລຸດຜ່ອນໄພທຳມະຊາດຢູ່ຫວຽດນາມ.