ນັກກິລາລອຍນ້ຳວໍແທງຕຸ່ງຂວ້າໄດ້ຫຼຽນເງິນ Paralympic Rio 2016

ນັກກິລາລອຍນ້ຳວໍແທງຕຸ່ງຂວ້າໄດ້ຫຼຽນເງິນ Paralympic Rio 2016 - ảnh 1
ນັກ​ກິ​ລາລອຍ​ນ້ຳ​ວ​ໍ​ແທງ​ຕຸ່ງ​
ຂວ້າ​ໄດ້​ຫຼ​ຽນ​ເງິນ Paralympic Rio 2016
(ພາບ: vtc.vn)


(vovworld) - ໃນ​ການ​ແຂ່ງ​ຂັນລອຍ​ນ້ຳຮອບຊິງຊະນະເລີດ 50ມ ເສ​ລີສຳ​ລັບ​ເພດ​ຊາຍ​ຄົນ​ພິ​ການ​ລະ​ດັບ S5 ​ທີ່ຫາກໍ່​ສິ້ນ​ສຸດ​ໃນ​ຕອນ​ເຊົ້າ​ວັນ​ທີ 13/09. ນັກ​ກິ​ລາລອຍ​ນ້ຳ​ວ​ໍ​ແທງ​ຕຸ່ງ​ ​​ຜູ້​ທີ 2 ທີ່​ໄດ້​ລອຍ​ເ​ຖິງ​ເປົ້າ​ໝາຍ​, ຂ​ວ້າ​ໄດ້​ຫຼຽນ​ເງິນໃຫ້​ຄະ​ນະ​ກຳ​ລາ​ຄົນ​ພິ​ການ​ຫວຽດ​ນາມ ຢູ່ Paralympic Rio 2016. ໃນ​ຂະ​ນະ​ນັ້ນ, ທີ່​ການ​ແລ່ນ​ແລະ​ລານ, ນັກ​ກິ​ລາ ກາວ​ຫງ​ອກ​ຮຸ່ງ ຂວ້າ​ໄດ້​ຫຼຽນ​ທອງໃນ​ປະ​ເພດ​ກິ​ລາ​ສັດ​​ຫຼາວເພດ​ຊາຍ​​ສຳ​ລັບຄົນ​ພິ​ການລະ​ດັບ F56/57 ​ດ້ວຍຜົນ​ງານ 43ມ27.

        ພາຍ​ຫຼັງ​ການ​ແຂ່ງ​ຂັນ​ເປັນ​ເວ​ລາ 5 ວັນ, ຄະ​ນະ​ນັກ​ກິ​ລາ​ຄົນ​ພິ​ການ​ຫວຽດ​ນາມ ຍາດ​ໄດ້ 4 ຫຼ​ຽນ ​ໃນ​ກິ​ລ​າ 3 ​ປະ​ເພດ​ທີ່​​ຫວຽດ​ນ​າມ ​ເຂົ້າ​ຮ່​ວມໃນ​ງານ​ມະ​ຫາ​ກຳລວມ​ມີ: ຫຼຽນ​ຄຳ 1 ຫຼ​ຽນ, ຫຼຽນເງິນ 1 ຫຼຽນ, ຫຼຽນ​ທອງ 2 ຫຼຽນ.

ຂ່າວ/ບົດ​ອື່ນ