ນັກທ່ອງທ່ຽວມາຢ້ຽມຢາມຊາປາໃນໂອກາດວັນພັກເພີ່ມຂຶ້ນ45%

ນັກທ່ອງທ່ຽວມາຢ້ຽມຢາມຊາປາໃນໂອກາດວັນພັກເພີ່ມຂຶ້ນ45% - ảnh 1
(ພາບປະກອບ)

(vovworld) – ​ ​ ທ່ານ ຫງວຽນ​ງ້ອກຮີ​ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຊາ​ປາ, ​ແຂວງ ລາວ​ກາຍ ​ໃຫ້​ຮູ້​ວ່າ: ​ເມື່ອ​ຄິດ​ໄລ່ຮອດ​ຕອນ​ທ່ຽງ​ວັນ​ທີ 03/01/2016, ຊາ​ປາ ​ໄດ້ຕ້ອນ​ຮັບນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ, ພັກ​ຜ່ອນ​ບຳລຸງ​ສຸຂະພາບເກືອບ 30 ພັນ​ເທື່ອ​ຄົນ. ຕົວ​ເລກ​ດັ່ງ​ກ່າວ, ຊີ້​ໃຫ້​ເຫັນ​ວ່າ ບຸນປີ​ໃໝ່ສາກົນ 2016 ຈຳນວນ​ນັກ​ທ່ອງ​ທ່ຽວມາ​ຢ້ຽມຢາມ ຊາ​ປາ ​​ເພີ່ມ​ຂຶ້ນສູງ (ປະມານ 45%) ​​ເມື່ອ​ທຽບ​ໃສ່​ກັບ​ບຸນປີ​ໃໝ່ສາກົນ 2015. ​ໃນ 3 ວັນພັກດັ່ງກ່າວ​ນັ້ນ, ​ເຖິງ​ວ່າ​ຢູ່​ ຊາ​ປາ ມີ​ຝົນຝອຍ, ນ້ຳໝອກ​ຢ່າງ​ໜາ​ແໜ້ນ ​ແຕ່​​ຈຳນວນ​ນັກ​ທ່ອງ​ທ່ຽວພັດຫລັ່ງ​ໄຫລ​ມາ​ຍັງເທດສະບານ​ເມືອງ ​ເປັນ​ຈຳນວນ​ຫລາຍ​ກ່ວາ ​ແລະ ຫລາຍ​ທົບຫລາຍ​ເທົ່າ​ເມື່ອ​ທຽບ​ໃສ່​ມື້​ທຳ​ມະ​ດາ ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວສະ​ແດງ​ສິລະ​ປະ, ກິລາຂ່ຳນັບ​ຮັບ​ຕ້ອນ​ປີ​ໃໝ່ 2016 ຂອງ​ແຂວງ ລາວ​ກາຍ ​​ເຊິ່ງໄດ້​ຮັບ​ການຈັດ​ຕັ້ງຢູ່ ຊາ​ປາ.

 


ຂ່າວ/ບົດ​ອື່ນ