ນັກສຶກສາກ່ວາ80.000ຄົນເຂົ້າຮ່ວມບັ້ນເຄື່ອນໄຫວລະດູແລ້ງຂຽວຢູ່ນະຄອນໂຮ່ຈີມິນ

ນັກສຶກສາກ່ວາ80.000ຄົນເຂົ້າຮ່ວມບັ້ນເຄື່ອນໄຫວລະດູແລ້ງຂຽວຢູ່ນະຄອນໂຮ່ຈີມິນ - ảnh 1
ພິ​ທີ​ເຄື່ອນ​ພົນ​ບັ້ນ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ ລະ​ດູ​ແລ້ງ​ຂຽວ
(ພາບ: phapluattp.vn)

(vovworld) –  ​ບັ້ນ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ລະ​ດູ​ແລ້ງ​ຂຽວ​ຄັ້ງ​ທີ 22 ຢູ່​ນະ​ຄອນ ໂຮ່​ຈີ​ມິນ ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 19/7 ຫາ​ວັນ​ທີ 16/8 ໃນ​ທຸກໆ​ຕາ​ແສງ, ເທດ​ສະ​ບານ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ, 12 ແຂວງ​ໃກ້​ຄຽງ, ເມືອງ​ເກາະ ຟູ໋​ກູຍ (ແຂ​ວງ ບີ່ງ​ທ້ວນ) ແລະ ປະ​ເທດ​​ເພື່ອນ​​ບ້ານລາວ, ດ້ວຍ​ເນື້ອ​ໃນ​ຕ່າງໆ​ທີ່ ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ແບບເພື່ອໜູນ​ຊ່ວຍ​ບັນ​ດາ​ສະ​ຖານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ບັ້ນ​ເຄື່ອນ​ໄຫວ​ປີນີ້ ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ​ອາ​ສາ​ສະ​ໝັກ 80.000 ຄົນ. ​ເຊິ່ງ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບາງ​ເນື້ອ​ໃນ​ຈຸດ​ສຸມ​ຄື: ໂຄ​ສະ​ນາ​ເຜີຍ​ແຜ່​ກົດ​ໝາຍ, ໂຄ​ສະ​ນາ​ເຜີຍ​ແຜ່​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ສ້າງ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ສີ​ວິ​ໄລ, ໜູນ​ຊ່ວຍ​ການກໍ່​ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ບັນ​ດາ​ກິດ​ຈະ​ກຳ​ຄົມ​ມະ​ນາ​ຄົມ​ເຂດ​ຊົນ​ນະ​ບົດ, ມອບ​ໂອນ​ວິ​ທະ​ຍາ​ສາດ​ເຕັກ​ນິກ… ​ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ຈຳ​ແລ້ວ, ໃນ​ຕະຫຼອດ​​ເວ​ລາ​ດຳ​ເນີນບັ້ນ​ເຄື່ອນ​ໄຫວ​ຈະ​​ຈັດ​ບັນ​ດາ​ວັນ​ເຄື່ອນ​ໄຫວ​ຈຸດ​ສຸມ​ດ້ວຍ​ເນື້ອ​ໃນ​ຕ່າງໆ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ລັກ​ສະ​ນະ​ແຜ່​ຂະ​ຫຍາຍ​ຄື​: ວັນ​ເຄື່ອນ​ໄຫວ​ຈຸດ​ສຸມ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ຢາ​ຄິດ​ຮອດ​ຄຸນ​ນ້ຳ”…


ຂ່າວ/ບົດ​ອື່ນ