ນະຄອນຮ່າໂນ້ຍແລະນະຄອນໂຮ່ຈິມີນຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທຳອິດ


ນະຄອນຮ່າໂນ້ຍແລະນະຄອນໂຮ່ຈິມີນຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທຳອິດ - ảnh 1
ທ່ານ Thomas Bauche ແມ່ນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ຜູ້​ທຳ​ອິດ​ມາ​ຢ້ຽມ​ຢາມ ຮ່າ​ໂນ້ຍ ໃນ​ປີ 2017

ພາບ:anninhthudo

(vovworld)- ​ໃນ​ເວ​ລາ 6 ໂມງ​ຂອງວັນ​ທີ 1/1/2017, ທ່ານ Thomas Bauche ມາ​ຈາກ​ເຢຍ​ລະ​ມັນ ໄດ້​ຮອດ​ສະ​ຫນາມ​ບິນ​ສາ​ກົນ ໂນ້ຍ​ບາຍ ຮ່າ​ໂນ້ຍ, ແມ່ນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ຜູ້​ທຳ​ອິດ​ມາ​ຢ້ຽມ​ຢາມ ຮ່າ​ໂນ້ຍ ໃນ​ມື້​ທຳ​ອິດ​ຂອງ​ປີ 2017. ທ່ານ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ການ​ນຳ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ, ພະ​ແນກ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ນະ​ຄອນ​ຮ່າ​ໂນ້ຍ ແລະ ຜູ້​ຕາງ​ຫນ້າ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ໄດ້​ມາ​ອວຍ​ພອນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ທຳ​ອິດ​ມາ​ຢ້ຽມ​ຢາມ ຮ່າ​ໂນ​ຍ້​. ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ສະ​ຫນາມ​ບິນ​ສາ​ກົນ ເຕີນ​ເຊີນ​ເຍີດ ນະ​ຄອນ ໂຮ່​ຈິ​ມີນ, ພະ​ແນກ​ທ່ອງ​ທ່ຽວນະ​ຄອນ ໄດ້​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈິ​ມີນ ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ທຳ​ອິດ​ມາ​ຢ້ຽມ​ຢາມ​ນະ​ຄອນ. ຕ​າມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ຫວຽດ​ນາມ, ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ທຳ​ອິດ​​ມາ​ຢ້ຽມ​ຢາມ​ໃນ​ປີ, ນອກຈາກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈິ​ມີນ​ເວົ້າ​ສະ​ເພາະ ແລະ ຫວຽດ​ນາມ​ເວົ້າ​ລວມ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳ​ລັບ​ຂະ​ແຫນງ​ທ່ອງ​ທ່ຽວ​ອີກ​ດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ