ນະຄອນໂຮ່ຈິມິນດ້ວຍຄວາມຄາດຫວັງທີ່ສະຫວ່າງສະໄຫວ

(VOVWORLD) -ຕອນຄ່ຳວັນທີ 26 ເມສາ, ຢູ່ນະຄອນໂຮ່ຈິມິນ ໄດ້ຈັດລາຍການສະແດງສິລະປະດ້ວຍຫົວເລື່ອງ “ ນະຄອນໂຮ່ຈິມິນດ້ວຍຄວາມຄາດຫວັງທີ່ສະຫວ່າງສະໄຫວ ”
ນະຄອນໂຮ່ຈິມິນດ້ວຍຄວາມຄາດຫວັງທີ່ສະຫວ່າງສະໄຫວ - ảnh 1 ນະຄອນໂຮ່ຈິມິນສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2019)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2019)  ແລະ ສະເຫຼີມສະຫຼອງ 133 ປີແຫ່ງວັນກຳມະກອນສາກົນ (1/5/1886-1/5/2019), ຕອນຄ່ຳວັນທີ 26 ເມສາ, ຢູ່ນະຄອນໂຮ່ຈິມິນ ໄດ້ຈັດລາຍການສະແດງສິລະປະດ້ວຍຫົວເລື່ອງ “ ນະຄອນໂຮ່ຈິມິນດ້ວຍຄວາມຄາດຫວັງທີ່ສະຫວ່າງສະໄຫວ ”. ລາຍການສະແດງສິລະປະໄດ້ວາບພາບເຖິງບັນດາໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ ຈາກໄລຍະກໍ່ສ້າງ, ປົກປັກຮັກສາປະເທດຊາດ, ຕໍ່ສູ່້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ລາຍການສະແດງສິລະປະ ຍັງສະແດງໃຫ້ເຫັນກຳລັງທີ່ໜຸ່ມແໜ້ນ, ຂະຫຍັນຂັນເຄື່ອນ, ຫວັງກໍສ້າງນະຄອນໃຫ້ຮັ່ງມີ ເຂັ້ມແຂງຂອງເສັ່ນຄົນໜຸ່ມໃນປະຈຸບັນ, ຜ່ານນັ້ນກໍໄດ້ສະແດງໃຫ້ເຫັນຄວາມຄາດຫວັງມີສັນຕິພາບ, ການກໍ່ສ້າງ ແລະ ພັດທະນາປະເທດຊາດຂອງປະຊາຊົນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ