ນະຄອນໂຮ່ຈິມິນ ແລະ ແຂວງ ການາກາວາ ປະເທດຍີປຸ່ນຊຸກຍູ້ການຮ່ວມມື

(VOVWORLD) - ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນໄດ້ໃຫ້ການຕ້ອນຮັບທ່ານ  Kuroiwa Yuji ຜູ້ວ່າການແຂວງ ການາກາວາ
ນະຄອນໂຮ່ຈິມິນ ແລະ ແຂວງ ການາກາວາ ປະເທດຍີປຸ່ນຊຸກຍູ້ການຮ່ວມມື - ảnh 1 ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນໄດ້ໃຫ້ການຕ້ອນຮັບຜູ້ວ່າການແຂວງ ການາກາວາ ປະເທດຍີປຸນ

ຕອນຄ່ຳວັນທີ 14/7, ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນໄດ້ໃຫ້ການຕ້ອນຮັບທ່ານ  Kuroiwa Yuji ຜູ້ວ່າການແຂວງ ການາກາວາ ປະເທດຍີປຸນຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນໃຫ້ຮູ້ວ່າ ທາງນະຄອນມີຄວາມຫວັງ ພ້ອມແລ້ວສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຍີປຸ່ນ, ໃນນັ້ນມີບັນດາວິສາຫະກິດແຂວງ ການາກາວາເຂົ້າມາລົງທຶນ ທຳມາຄ້າຂາຍຢ່າງມີປະສິດທິຜົນຢູ່ນະຄອນໂຮ່ຈິມິນ

   ສ່ວນທ່ານ  Kuroiwa Yuji ຜູ້ວ່າການແຂວງ ການາກາວາ ຢືນຢັນ ພ້ອມແລ້ວໃຫ້ການໜູນຊ່ວຍເຊື່ອມຕໍ່ລະຫວ່າງນະຄອນກັບບັນດາວິສາຫະກິດ ແຂວງ ການາກາວາ, ພິເສດແມ່ນໃນບັນດາຂົງເຂດທີ່ສາມາດນຳໃຊ້ ແລະ ຍົກສູງປະສິດທິຜົນການບຳລຸງສ້າງແກ່ນັກສຶກສາຫວຽດນາມຢູ່ ແຂວງ ການາກາວາ ແລະ ຍີປຸ່ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ