ນະຄອນ ຮ່າໂນ້ຍ ຕອບສະຫນອງວັນສິ່ງແວດລ້ອມໂລກ

ນະຄອນ ຮ່າໂນ້ຍ ຕອບສະຫນອງວັນສິ່ງແວດລ້ອມໂລກ - ảnh 1
ການເຄື່ອນໄຫວເພື່ອວັນສິ່ງແວດລ້ອມໂລກ
ພາບ:internet


(vovworld) -  ຕອນ​ເຊົ້າ​ວັນ​ທີ 2/6, ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານຊຸມນຸມ​ມິດ​ຕິງ​ຕອບ​ສະຫນອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ (5/6). ພາຍ​ໃຕ້​ຫົວ​ຂໍ້​ວ່າ: ​ເສດຖະກິດ​ຂຽວ ​ໂດຍ​ມີການ​ປະກອບສ່ວນ​ຂອງ​ເພື່ອນ, ວັນ​ສິ່ງ​ແວ​ດລ້ອມ​ໂລກ​ປີ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້​ແຕ່ລະຄົນ, ວົງ​ຄະນາ​ຍາດ ​ແລະ ວິ​ສາ​ຫະກິດ​ໃນ​ທົ່ວ​ໂລກ ຮ່ວມ​ແຮງ​ຮ່ວມ​ໃຈ​ເຄື່ອນ​ໄຫວ, ປະກອບ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເຂົ້າ​ໃນ​ການ​ສ້າງ​ຮູບ​ແບບ​ເສດຖະກິດ​ໃຫມ່ - ​ເສດຖະກິດ​ຂຽວ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້,​ທ່ານ Vu Hong Khanh ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ເນັ້ນ​ຫນັກ​ວ່າ:

        “ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຮຽກຮ້ອງ​ໃຫ້​​ແຕ່​ລະ​ອົງການ, ​ແຕ່ລະຄົນ​ຢູ່​ໃນ​ບໍລິ​ເວນ​ນະຄອນ ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສ້າງ​ຮູບ​ແບບ​ເສດຖະກິດ​ໃຫມ່, ​ເສດຖະກິດ​ຂຽວ. ການ​ເຂົ້າ​ຮ່ວມ​ຂອງ​ອົງການ, ວິ​ສາ​ຫະກິດ ​ແລະ ປະຊາຊົນ​ແຕ່ລະຄົນ​ໃນ​ວຽກ​ງານ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຈະ​ປະກອບສ່ວນ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້ ພ້ອມ​ທັງ​ສົ່ງ​ເສີມ​ການ​ລົງທຶນ​ນຳ​ໃຊ້​ພະລັງງານ​ຜະລິດ​ຄືນ​ໃຫມ່, ຕ້ອງ​ປະ​ຢັດ​ໃນ​ການນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ, ຈຳກັດ​ສິ່ງ​ທີ່​ກໍ່​ມົນ​ລະ​ພິດ​ຕໍ່ສິ່ງ​ແວດ​ລ້ອມ.”

ຂ່າວ/ບົດ​ອື່ນ