ນະຄອນ ໂຮ່ຈີມີນ ແລະ ລັດ Utah (ປະເທດ ອາເມລິກາ) ຊຸກຍູ້ການຮ່ວມມືຫຼາຍດ້ານ

(VOVWORLD) - ວັນທີ 1 ກັນຍາ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ໄດ້ຕ້ອນຮັບທ່ານ Gary E. Herbert, ຜູ້ວ່າການລັດ Utah (ປະເທດ ອາເມລິກາ) ພ້ອມກັບຄະນະເຈົ້າໜ້າທີ່ ແລະ ວິສາຫະກິດຂອງລັດດັ່ງກ່າວ.
ນະຄອນ ໂຮ່ຈີມີນ ແລະ ລັດ Utah (ປະເທດ ອາເມລິກາ) ຊຸກຍູ້ການຮ່ວມມືຫຼາຍດ້ານ - ảnh 1 ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ທ່ານ Gary E. Herbert, ຜູ້ວ່າການລັດ Utah 

ທ່ານ ຫງວຽນແທ່ງຟອງ ຫວັງວ່າ: ໃນໄລຍະຈະມາເຖິງ, ລັດ Utah ແລະ ນະຄອນ ໂຮ່ຈີມິນ ຈະຊຸກຍູ້ບັນດາການເຄື່ອນໄຫວການທູດ, ສ້າງກາລະໂອກາດເພີ່ມທະວີບັນດາໂຄງການຮ່ວມມືຫຼາຍຮູບຫຼາຍແບບລະຫວ່າງ 2 ທ້ອງຖິ່ນກ່ວາອີກ. ການນຳນະຄອນ ປາດຖະໜາວ່າ ບັນດາວິສາຫະກິດລັດ Utah ມາຊອກຮູ້ກາລະໂອກາດ ແລະ ລົງທຶນຍາວນານຢູ່ນະຄອນໃນບັນດາຂົງເຂດຄື: ການທ່ອງທ່ຽວ, ພັດທະນາເຕັກໂນໂລຢີສູງ… ຜູ້ວ່າການລັດ Utah ປາດຖະໜາຢາກພ້ອມກັບນະຄອນ ໂຮ່ຈີມິນ ຍູ້ແຮງການຮ່ວມມື, ແລກປ່ຽນຄະນະປະຕິບັດງານເພື່ອແບ່ງປັນບົດຮຽນໃນການແກ້ໄຂກ່ຽວກັບບັນຫາພັດທະນາພະລັງງານສະອາດ, ສິ່ງແວດລ້ອມ, ການສຶກສາ…, ພ້ອມກັນມຸ່ງໄປເຖິງອະນາຄົດແຫ່ງການຮ່ວມມືທີ່ດີງາມ, ເພື່ອຄາດໝາຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ