ນະຄອນNagasakiສະເຫຼີມສະຫຼອງ70ປີແຫ່ງວັນໄພພິບັດປະລະມານູ

ນະຄອນNagasakiສະເຫຼີມສະຫຼອງ70ປີແຫ່ງວັນໄພພິບັດປະລະມານູ - ảnh 1
ນະຄອນ Nagasaki ສະເຫຼີມສະຫຼອງ
70 ປີແຫ່ງວັນໄພພິບັດປະລະມານູ
(ພາບ: bbc.com)


​​(vovworld) - ວັນ​ທີ 09/08, ອຳນາດ​ການ​ປົກ​ຄອງ​ນະ​ຄອນ Nagasaki ​ໄດ້​ຈັດ​ພິທີ​ອາ​ໄລ​ຫາ 70 ປີ​ແຫ່ງ​ວັນອາ​ເມ​ລິ​ກາ ຖີ້ມລະ​ເບີດປະລະ​ມາ​ນູ ລົງ​ນະຄອນ​ນີ້, ​ເຮັດ​ໃຫ​້ປະຊາຊົນ​ນັບ​ໝື່ນໆຄົນ​ເສຍ​ຊີ​ວິດ. ບັນດາ​ການ​ເຄື່ອນ​ໄຫວ​ຖືກ​ດຳ​ເນີນ​ໄປ​ຢູ່ສວນສາທາລະນະ​ສັນ​ຕິພາບ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ແລະ ທ່ານ​ເອ​ກອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຍີ່​ປຸ່ນ Caroline Kennedy ​ແລະ ປະຊາຊົນ​ນັບ​ໝື່ນ​ຄົນ. ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ພິທີ, ທ່ານ Shinzo Abe ​ໄດ້​ຢືນ​ຢັນ​ຄື​ນ​ໃໝ່​ວ່າ, ລັດຖະບານ​ຍີ່​ປຸ່ນ ຕັດສິນ​ໃຈ​ນຳ​ໜ້າ​​ບັນດາ​ຄວາມ​ມາ​ນະພະ​ຍາ​ຍາ​ສາກົນ ​ແນ​ໃສ່ຊອກ​ຫາມາດ​ຕະການ​ລົງ​ລ້າງອາວຸດ​ນິວ​ເຄຼຍ, ​ປະຕິບັດ 3 ຫຼັກການ​ປອດ​ນິວ​ເຄຼຍ ຂອງ​ຍີ່ປຸ່ນ ​ແມ່ນ: ບໍ່​ຜະລິດ, ກຳມະສິດ ຫຼື ອະນຸຍາດ​ໃຫ້​ອາວຸດ​ນິວ​ເຄຼີຍປະ​ເພດ​ຕ່າງໆມີໜ້າຢູ່​​ຜືນ​ແຜ່ນດິນ​ຂອງ​ຍີ່ປຸ່ນ​. ທ່ານ​ Shinzo Abe ​ໃຫ້​ຮູ້​ວ່າ, ຍີ່ປຸ່ນ ຈະ​ມາ​ນາ​ພະຍາຍາມ​ເພື່ອ​ໂລກ​ປອດ​ອາວຸດ​ນິວ​ເຄຼຍ ດ້ວຍ​ວິທີ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ມະຫາ​ອຳ​ນາດ​ດ້ານນິວ​ເຄຼຍ ​ແລະ ບັນດາ​ປະ​ເທດ​ບໍ່​ມີ​ອາວຸດ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ