(vovworld) – ວັນທີ 18/11, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຖະແຫຼງຈະຍຸບເລີກສະພາຕ່ຳຢ່າງເປັນທາງການ ໃນວັນທີ 21/11, ເພື່ອຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາ, ພ້ອມທັງຢັ້ງຢືນໂຈະແຜນການເພີ່ມອາກອນໃນໃຊ້ສອຍ (ຂຶ້ນເຖິງ 10%) ຍ້ອນສະພາບເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຕາມແຜນການແລ້ວ, ການ ຫາສຽງເລືອກຕັ້ງດຳເນີນແຕ່ວັນທີ 2/12 ແລະ ການເລືອກຕັ້ງທາງການຈະຈັດຕັ້ງໃນວັນທີ 14/12. ທ່ານນາຍົກລັດຖະມົນຕີ Abe ກໍ່ຢືນຢັນທ່ານຈະລາອອກຈາກຕຳແໜ່ງຖ້າຫາກພັກ ປະຊາທິປະໄຕເສລີ (LDP) ກຳອຳນາດບໍ່ຮັກສາທີ່ນັ່ງຈຳນວນຫຼາຍໃນສະພາຕ່ຳ. ໃນຖະແຫຼງການ, ທ່ານ Abe ຢືນຢັນຈະຮຽບຮຽງບ້ວງເງິນເພີ່ມເຕີມໃຫ້ງົບປະມານປີການເງິນ 2014 ເພື່ອຊຸກຍູ້ການໃຊ້ສອຍ ແລະ ບໍ່ຄວນປະລະກາລະໂອກາດແກ້ໄຂສະພາບ 15 ປີຖືກຕົກລາຄາເສດຖະກິດຢ່າງຕໍ່ເນື່ອງ. ທ່ານໃຫ້ຮູ້ວ່າ, ເສດຖະກິດ ຍັງບໍ່ທັນກ້າວເຂົ້າສູ່ໄລຍະຟື້ນຟູ ແລະ ຈະບໍ່ປະລະຄຳໝັ້ນສັນຍາຟື້ນຟູພື້ນຖານການເງິນຂອງ ຍີ່ປຸ່ນ.