ນາຍົກລັດຖະມົນຕີຝຣັ່ງສະໜັບສະໜູນທ່ານນາງHillary Clintonຊະນະໃນການເລືອກຕັ້ງເປັນປະທານາທິບໍດີອາເມລິກາ
ທ່ານນາຍົກລັດຖະມົນຕີ ຝຣັ່ງ Manuel Valls
(ພາບ:EPA/TTXVN)
|
(vovworld) – ວັນທີ 13/10, ທ່ານນາຍົກລັດຖະມົນຕີ ຝຣັ່ງ Manuel Valls ຖະແຫຼງວ່າ ປະເທດ ຝຣັ່ງ ສະໜັບສະໜູນທ່ານນາງ Hillary Clinton, ຜູ້ອອກສະໝັກເລືອກຕັ້ງຂອງພັກ ປະຊາທິປະໄຕ ອາເມລິກາ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ທີ່ຈະຈັດຕັ້ງໃນເດືອນ 11 ຈະມາເຖິງ. ກ່າວຄຳເຫັນໃນກອງປະຊຸມຮ່ວມກັບຄູ່ຕຳແໜ່ງປະເທດເຈົ້າພາບ ການາດາ Justin Trueau ຢູ່ນະຄອນຫຼວງ Ottawa ໃນວັນທີ 13/10, ທ່ານ Manuel Valls ເນັ້ນໜັກວ່າ: ທ່ານປະທານາທິບໍດີ ອາເມລິກາ Barack Obama “ໄດ້ຮັບການເລືອກຕັ້ງຈາກທົ່ວໂລກ” ໃນຂະນະທີ່ທ່ານ Donald Trump “ພັດຖືກຄົນທົ່ວໂລກຫັນຫຼັງໃສ່”. ສ່ວນທ່ານນາຍົກລັດຖະມົນຕີ ການາດາ ວ່າພຽງແຕ່ຢ້ຳຄືນທັດສະນະຢ່າງສະເໝີຕົ້ນສະເໝີປາຍຂອງ ລັດຖະບານ ການາດາ ຈະເຮັດວຽກກັບບໍ່ວ່າຜູ້ອອກສະໝັກເລືອກຕັ້ງທ່ານໃດທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຈາກປະຊາຊົນ ອາເມລິກາ ພາຍຫຼັງເລືອກຕັ້ງໃນວັນທີ 8/11 ຈະມາເຖິງເທົ່ານັ້ນ.