ນາຍົກລັດຖະມົນຕີມາເລເຊຍ: ອາຊຽນສາມັກຄີ ແມ່ນປັດໃຈຕົ້ນຕໍປະກອບສ່ວນເຂົ້າໃນສັນຕິພາບຢູ່ໃນພາກພື້ນ

ນາຍົກລັດຖະມົນຕີມາເລເຊຍ: ອາຊຽນສາມັກຄີ ແມ່ນປັດໃຈຕົ້ນຕໍປະກອບສ່ວນເຂົ້າໃນສັນຕິພາບຢູ່ໃນພາກພື້ນ - ảnh 1
ທ່ານ​ນາຍົກລັດຖະມົນຕີ​ມາ​ເລ​ເຊຍ Najib Razak
(ພາບ: AFP)


(vovworld) –  ​ໃນ​ສານ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 47 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ, ວັນ​ທີ 08/08, ທ່ານ​ນາຍົກລັດຖະມົນຕີ​ມາ​ເລ​ເຊຍ Najib Razak ​ໄດ້​ເນັ້ນ​ໜັກ​ວ່າ ອາ​ຊຽນສາມັກຄີ ​ແມ່ນ​ໜຶ່ງ​ໃນ​ບັນດາປັດ​ໃຈ​ຕົ້ນ​ຕໍ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມວັດທະນາ​ຖາວອນ​ຢູ່​ໃນ​ພາກ​ພື້ນ ​ແລະ ມາ​ເລ​ເຊຍ ຈະ​ບໍ່​ໄດ້ຊົມ​ໃຊ້​ຄວາມ​ກ້າວໜ້າ​ ຖ້າ​ຫາກ​ພາກ​ພື້ນ​ຖືກ​ຕົກ​ເຂົ້າ​​ໃນ​ສະພາບປະ​ທະ​ກັນ​ ລະຫວ່າງ​ບັນດາ​ປະ​ເທດຕ່າງໆ​ນຳ​ກັນ. ​ໃນ​ບົດ​ກ່າວ​ປາ​​ໄສ​ຂອງຕົນ ທ່ານ​ນາຍົກລັດຖະມົນຕີ Razak ​ເນັ້ນ​ໜັກ​ວ່າ: ​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທ​ດສະມາຊິກ​ກໍ່​ຕັ້ງ​ອາ​ຊຽນ,  ມາ​ເລ​ເຊຍ ມີ​ຄວາມ​ເອກອ້າງ​ທະນົງ​ໃຈ​ຕໍ່​ບັນດາຄວາມ​ມານະ​ພະຍາຍາມ ​ແລະ ບົດບາດ​ຂອງ​ຕົນ​ໃນ​ການ​ຮັບປະກັນ​ຜົນສຳ​ເລັດ​ຂອງ​ກຸ່ມ. ທ່ານ​ກໍ່​ໃຫ້​ຂໍ້ສັງ​ເກດ​ວ່າ: ຄວາມ​ສາມັກຄີ​ຂອງ​ອາ​ຊຽນ ​ໄດ້​ຮັບ​ຜົນສຳ​ເລັດ​ເພື່ອ​ໄດ້​ຮັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ປະຊາ​ຄົມ​ໂລກ. ອາ​ຊຽນ​ໄດ້​ວາງ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ມຸ່ງ​ໄປ​ເຖິງ​ອະນາຄົດ, ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ບັນດາ​ບັນຫາ​ພາກ​ພື້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະຊາ​ຄົມ​​ທີ່​ມີຄວາມຮັບຜິດຊອບ ​ແລະ ປອດ​ການ​ປະ​ທະ​ກັນ ກໍ່​ຄື ພັດທະນາ​ຢ່າງ​ຟົດ​ຟື້ນ​ໃນ​ຂົງ​ເຂດ​ເສດຖະກິດ. ສິ່ງ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ອາ​ຊຽນ ຫຍັບ​ມໍ່​ໃກ້​ກັບ​ທຸກ​ຄົນ​ກວ່າ ​ແລະ ຫຼັງ​ຈາກ​ນັ້ນ​ຈະ​ກາຍ​ເປັນ​ອົງການ​ສັງຄົມ​ທີ່​ລອບ​ຄອບຖີ່​ຖ້ວນ ​ແລະ ມີຄວາມ​ຮັບຜິດຊອບ.

ຂ່າວ/ບົດ​ອື່ນ