ນາຍົກລັດຖະມົນຕີສິງກະໂປແລະພັນລະຍາເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີສ.ສິງກະໂປ ຫຼີິຊຽນຫຼົງ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ
ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
(ພາບ: VGP)
(vovworld) - ວັນທີ 21/03, ທ່ານນາຍົກລັດຖະມົນຕີສ.ສິງກະໂປ ຫຼີິຊຽນຫຼົງ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ການຢ້ຽມຢາມຖືກດຳເນີນໃນລະຫວ່າງວັນທີ 21 – 24/03. ໃນຂອບເຂດການຢ້ຽມຢາມຄັ້ງນີ້, 2 ຝ່າຍຈະແລກປ່ຽນບັນດາທິດທາງຍຸດທະສາດ, ມາດຕະການຢ່າງລະອຽດ ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເລິກເຊິ່ງກວ່າໃນໄລຍະຈະມາເຖິງ, ໄປທັນກັບບັນດາການຫັນປ່ຽນຢ່າງວ່ອງໄວໃນປະຈຸບັນ ຂອງການປະຕິບັດອຸດສາຫະກຳຄັ້ງທີ 4, ໜູນຊ່ວຍເຊິ່ງກັນ ແລະ ກັນເພື່ອພັດທະນາແບບຍືນຍົງ, ວັດທະນາຖາວອນ, ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດຢູ່ໃນບັນດາເວທີປາໄສຫຼາຍຝ່າຍ.