ທ່ານ William Arthur Philip Louis ແລະ ທ່ານ ຫງວຽນຊວນຟຸກ
ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) – ຕອນບ່າຍວັນທີ 16/11, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບອົງມົງກຸດລາຊະກຸມມານ ອັງກິດ William Arthur Philip Louis ທີ່ສຳນັກງານລັດຖະບານໃນການຢ້ຽມຢາມເປັນຄັ້ງທຳອິດຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກຊຸກຍູ້ການຮ່ວມມືກັບລາຊະອານາຈັກ ອັງກິດ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ອົງມົງກຸດລາຊະກຸມມານອັງກິດ ສະໜັບສະໜູນ, ມີມາດຕະການຊຸກຍູ້ການພົວພັນຮ່ວມມື ແລະ ນ້ຳໃຈມິດຕະພາບນັບມື້ນັບພັດທະນາອັນດີງາມໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການຮ່ວມມືໃນຂົງເຂດການສຶກສາ, ທ່ານນາຍົກລັດຖະມົນຕີ ສະເໜີ 2 ປະເທດຮ່ວມມືຮອບດ້ານ, ເລິກເຊິ່ງໃນຂົງເຂດນີ້ກ່ວາອີກ ເພື່ອໃຫ້ນັກສຶກສາ ຫວຽດນາມ ສຳພັດກັບລະບົບການສຶກສາມີຄຸນນະພາບສູງຂອງລາຊະອານາຈັກ ອັງກິດ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນໃຫ້ ອົງມົງກຸດລາຊະກຸມມານອັງກິດ ເປັນປະທານຮ່ວມກອງປະຊຸມຮ່າໂນ້ຍ ກ່ຽວກັບການປ້ອງກັນ, ຕ້ານການຂາຍບັນດາສັດປ່າ, ພຶກສາຊາດຜິດກົດໝາຍ.
ອົງມົງກຸດລາຊະກຸມມານອັງກິດ William Arthur Philip Louis ຕີລາຄາສູງໝາກຜົນຄວາມມານະພະຍາຍາມອະນຸລັກຮັກສາສັດ, ພຶກປ່າຂອງ ຫວຽດນາມ ແລະ ຖືວ່າເລື່ອງເພີ່ມທະວີລະບຽບກົດໝາຍໃນບັ້ນເຄື່ອນໄຫວນີ້ຢູ່ ຫວຽດນາມ ອາດຈະກາຍເປັນຮູບແບບເພື່ອໃຫ້ປະເທດອື່ນໆເຮັດຕາມ.
ຕອນບ່າຍຂອງວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ກໍ່ໄດ້ໃຫ້ການຕ້ອນຮັບອົງມົງກຸດລາຊະກຸມມານ ອັງກິດ ຢ່າງສະໜິດສະໜົມ.