ນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນແລະເຂົ້າຮ່ວມກອງປະຊຸມG7ເປີດກວ້າງ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 26/05, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປເຖິງຍີ່ປຸ່ນ, ເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປິດກວ້າງ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ການຢ້ຽມຢາມໃນລະຫວ່າງວັນທີ 26 – 28/05, ຖືກດຳເນີນໃນສະພາບ “ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີ” ລະຫວ່າງ 2 ປະເທດຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງດີງາມ. ນີ້ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຍີ່ປຸ່ນ ໃນຖານະເປັນນາຍົກລັດຖະມົນຕີຫວຽດນາມ, ເພື່ອແນໃສ່ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບນະໂຍບາຍການຕ່າງປະເທດຂອງຫວຽດນາມ ແນໃສ່ສ້າງກຳລັງໜູນຢ່າງແຮງເພື່ອໃຫ້ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ໃນໄລຍະຢູ່ຢ້ຽມຢາມຍີ່ປຸ່ນ, ຄາດວ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມການປຶກສາຫາລືນະໂຍບາຍເສດຖະກິດຂັ້ນສູງຫວຽດນາມ - ຍີ່ປຸ່ນ; ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະ ເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ. ເລື່ອງທີ່ຍີ່ປຸ່ນ ເຊີນຫວຽດນາມ ເຂົ້າຮ່ວມກອງປະຊຸມ G7 ເປີດກວ້າງເປັນຄັ້ງທຳອິດໃນປີນີ້ ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຕີລາຄາສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນການສ້າງສັນຕິພາບ, ສະຖຽນລະພາບດ້ານການເມືອງຢູ່ພາກພື້ນ ແລະ ໃນໂລກ.